ວັນທີ 28 ມິຖຸນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິນເຕິມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບຄະນະຜູ້ແທນນັກສຶກສາ ຫວຽດນາມ ພວມຮ່ຳຮຽນຢູ່ມະຫາວິທະຍາໄລແຫ່ງຊາດ ລາວ. ຢູ່ທີ່ນີ້, ທ່ານໄດ້ຍ້ອງຍໍຊົມເຊີຍການເຂົ້າຮ່ວມຢ່າງຕັ້ງໜ້າຂອງນັກຮຽນໃນບັນດາການເຄື່ອນໄຫວການເມືອງ - ສັງຄົມ, ປະກອບສ່ວນໂຄສະນາພາບພົດນັກສຶກສາ ຫວຽດນາມ ຂະຫຍັນຂັນເຄື່ອນ; ພ້ອມກັນນັ້ນ, ທ່ານກໍ່ຕີລາຄາສູງການຮ່ວມເດີນທາງຂອງບັນດາອົງການທີ່ກ່ຽວຂ້ອງໃນວຽກງານສົມທົບກັນ, ໜູນຊ່ວຍ, ຄຸ້ມຄອງນັກສຶກສາຮໍ່າຮຽນຢູ່ຕ່າງປະເທດ.
ທ່ານຢືນຢັນວ່າ, ສະຖານທູດ ຫວຽດນາມ ປະຈຳ ລາວ ຍາມໃດກໍ່ຮ່ວມເດີນທາງ ແລະ ພ້ອມແລ້ວໜູນຊ່ວຍທຸກຄວາມຫຍຸ້ງຍາກຂອງນັກສຶກສາ. ທ່ານກໍ່ຫວັງວ່າ ບັນດານັກສຶກສາຮໍ່າຮຽນເປັນຢ່າງດີ; ດຳລົງຊີວິດມີຄວາມຮັບຜິດຊອບຕໍ່ປະຊາຄົມ.