• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຊ່ຽວຊານກອງທຶນເງິນຕາສາກົນຕີລາຄາສູງບັນດາການຫັນປ່ຽນຢ່າງຕັ້ງໜ້າຂອງພື້ນຖານເສດຖະກິດຫວຽດນາມ

ທ່ານ ຫງວຽນ​ວັນ​ບີ​ງ ຫົວ​ໜ້າ​ຄະນະ​ເສດຖະກິດ​ສູນ​ກາງ ​ຕ້ອນຮັບ
ນັກ​ຊ່ຽວຊານ​ກອງ​ທຶນ​ເງິນຕາ​ສາກົນ ​ທ່ານ Kohn Nelmes
(ພາບ: VGP/HuyThang)
      ວັນ​ທີ 21/04,  ທ່ານ ຫງວຽນ​ວັນ​ບີ​ງ ຫົວ​ໜ້າ​ຄະນະ​ເສດຖະກິດ​ສູນ​ກາງ ມີ​ການ​ຕ້ອນຮັບ​ຄະນະ​ນັກ​ຊ່ຽວຊານ​ກອງ​ທຶນ​ເງິນຕາ​ສາກົນ (IMF) ​ໂດຍ​ທ່ານ Kohn Nelmes ​ເປັນ ຫົວໜ້າ​ຄະນະ ທີ່​ພວມ​​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ ຫງວຽນ​ວັນ​ບີ​ງ ຫົວ​ໜ້າ​ຄະນະ​ເສດຖະກິດ​ສູນ​ກາງ  ​ໄດ້​ແຈ້ງສັງ​​ໂດຍເຂ​ບກ່ຽວ​ກັບທິດ​ທາງ, ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ​ໃນ​ໄລຍະ 5 ປີ 2016 – 2020; ​ເນັ້ນ​ໜັກ​ບັນດາ​ບຸລິມະສິດ​ຂອງ ຫວຽດນາມ ກ່ຽວ​ກັບ​ການ​ປັບປຸງລະບອບ, ​ຮັກສາເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ປະຕິ​ຮູບ​ໃນ​ນະ​ໂຍບາຍ​ປີ​ການ​ເງິນ, ສືບ​ຕໍ່​ປະຕິ​ຮູບ​ລະບົບ​ວິ​ສາ​ຫະກິດ, ຫັນ​ບັນ​ດາ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ.
        ​ຕາງໜ້າ​ຄະນະ​ນັກ​ຊ່ຽວຊານ​ກອງ​ທຶນ​ເງິນຕາ​ສາກົນ, ທ່ານ ທ່ານ Kohn Nelmes ຕີ​ລາຄາ​ສູງ​ບັນດາ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ​ຂອງ​ພື້ນຖານ​ເສດຖະກິດ ຫວຽດນາມ ພິ​ເສດ ​ແມ່ນ​ໃນ​ການ​ບໍ​ລິ​ຫານ​ນະ​ໂຍບາຍ​ເງິນຕາ, ກົນ​ໄກ​ບໍລິຫານອັດຕາ​ແລກປ່ຽນ​ເງິນຕາ ​ແລະ ສ້າງ​ອົງ​ປະກອບລະບົບ​ທະນາຄານ​ຄືນ​ໃໝ່​ໃນ​ໄລຍະ​ຜ່ານ​ມາ, ປະກອບສ່ວນ​ຮັບປະກັນ​ເສດຖະກິດ​ມະ​ຫາ​ພາກ​ເປັນ​ປົກ​ກະຕິ, ຮັກສາ​ທ່າ​ເຕີບ​ໂຕຢ່າງ​ເໝາະ​ສົມ, ພ້ອມ​ທັງ​ຮັບປະກັນ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ ​ທີ່ຈຳ​ເປັນຂອງ​ສັງຄົມ.
 (ແຫຼ່ງຄັດຈາກ VOV)

ອິນ​ໂດ​ເນ​ເຊຍ ເພີ່ມ​ຄ່າໃຊ້​ຈ່າຍ​​ນ້ຳ​ມັນ​ເຊື້ອ​ໄຟ​ທາງ​ການ​ບິນ​ຂຶ້ນ 50% ຂອງຄ່າ​ປີ້​ຍົນ

ອິນ​ໂດ​ເນ​ເຊຍ ເພີ່ມ​ຄ່າໃຊ້​ຈ່າຍ​​ນ້ຳ​ມັນ​ເຊື້ອ​ໄຟ​ທາງ​ການ​ບິນ​ຂຶ້ນ 50% ຂອງຄ່າ​ປີ້​ຍົນ

ລະ​ດັບ​ຄ່າ​​ໃຊ້​ຈ່​າຍໄດ້​ກຳ​ນົດ​ໂດຍອີງ​ຕາມ​ຄ່າ​ນ້ຳ​ມັນ​ເຊື້ອ​ໄຟ​ການ​ບິນ​ສະ​ເລ່ຍ ໂດຍ​ບັນ​ດາ​ບໍ​ລິ​ສັດ​ສະ​ໜອງ​ນ້ຳ​ມັນ​ເຊື້ອ​ໄຟ​ຍົກ​ອອກ​ມາ.

Top