• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ ເປັນ​ປະ​ທານ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ອາ​ຊຽນ - ນູແວນເຊລັງ ​ຄັ້ງ​ທີ 33

ນູແວນເຊລັງ ​ຕີ​ລາ​ຄາ​ສູງ​ບົດ​ບາດ​ປະ​ສານ​ງານ​ຂອງ ຫວຽດ​ນາມ, ເປັນ​ຕົ້ນ​ແມ່ນ​ໃນ​ການ​ຊຸກ​ຍູ້​ການ​ຍົກ​ລະ​ດັບ​ການ​ພົວ​ພັນ ແລະ ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ວິ​ໄສ​ທັດ​ລວມ​ ພ້ອມ​ກັບ​ແຜນ​ການ​ກະ​ທຳ 2026 – 2030.
  ຫວຽດນາມ ເປັນປະທານຮ່ວມການໂອ້ລົມສົນທະນາ ອາຊຽນ - ນູແວນເຊລັງ ຄັ້ງທີ 33 (ພາບ: VGP)  

ໃນ​ລະ​ຫວ່າ​ງວັນ​ທີ 14 – 15 ພຶດ​ສະ​ພາ ຢູ່ Christchurch (ນູແວນເຊລັງ) ໄດ້​ດຳ​ເນີນ​ການ​ໂອ້​ລົມ​ສົນ​ທະ​ນາ ອາ​ຊຽນ - ນູແວນເຊລັງ ​ຄັ້ງ​ທີ 33. ໃນ​ບົດ​ບາດ​ເປັນ​ຜູ້​ປະ​ສານ​ງານ​ການ​ພົວ​ພັນ ອາ​ຊຽນ - ນູແວນເຊລັງ ໄລ​ຍະ 7/2024 – 7/2027, ທ່ານ ດັ້ງ​ຮວ່າງ​ຢາງ ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ, ຫົວ​ໜ້າ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ (SOM) ອາ​ຊຽ​ນ - ຫວຽດ​ນາມ ພ້ອມ​ກັບ​ ທ່ານ Grahame Morton ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ນູແວນເຊລັງ ​ເປັນ​ປະ​ທານ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ.

ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ຝ່າຍນູແວນເຊລັງ ຢັ້ງ​ຢືນ​ຄືນ​ໃໝ່ການ​ສະ​ໜັບ​ສະ​ໜູນ​ບົດ​ບາດ​ເປັນ​ໃຈ​ກາງ​ອາ​ຊຽນ, ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະຕັ້ງໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ຂອ​ບ​ເຂດ​ໂດຍ ອາ​ຊຽນ​ນຳ​ໜ້າ​ຄື ​ກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊີ​ຕາ​ເວັນ​ອອກ (EAS), ເວ​ທີ​ປ​າ​ໄສ​ພາກ​ພື້ນ ອາ​ຊຽນ (ARF) ແລະ ກອງ​ປະ​ຊຸມ​ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ບັນ​ດາ​ປະ​ເທດ ອາ​ຊຽນ ​ເປີດກວ້າງ (ADMM+)… ປະ​ສານ​ສົມ​ທົບກັນ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ໃນ​ເອ​ກະ​ສານ​ທັດ​ສະ​ນະ​ຂອງ ອາ​ຊຽນ​ ກ່ຽວ​ກັບ​ມະ​ຫາ​ສະ​ໝຸດ ​ອິນ​ເດຍ - ປາ​ຊີ​ຟິກ (AOIP). ນູແວນເຊລັງ ​ຕີ​ລາ​ຄາ​ສູງ​ບົດ​ບາດ​ປະ​ສານ​ງານ​ຂອງ ຫວຽດ​ນາມ, ເປັນ​ຕົ້ນ​ແມ່ນ​ໃນ​ການ​ຊຸກ​ຍູ້​ການ​ຍົກ​ລະ​ດັບ​ການ​ພົວ​ພັນ ແລະ ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ວິ​ໄສ​ທັດ​ລວມ​ ພ້ອມ​ກັບ​ແຜນ​ການ​ກະ​ທຳ 2026 – 2030.

ໂດຍ​ເປັນ​ປະ​ທານ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ດັ້ງ​ຮວ່າງ​ຢາງ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ແລະ ອາ​ຊຽນ​ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຍາວ​ນານ​ກັບ ນູແວນເຊລັງ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ສະ​ເໜີ​ສອງ​ຝ່າຍ​ມາ​ນະ​ພະ​ຍາ​ຍາມ​ຜັນ​ຂະ​ຫຍາຍ ​ສັນ​ຍາ​ຂໍ້​ຕົກ​ລົງດ້ານ​ການ​ຄ້າ​ເສ​ລີ ອາ​ຊຽ​ນ - ອົດ​ສະ​ຕາ​ລີ - ນູແວນເຊລັງ (AANZFTA) ທີ່​ຫາ​ກໍ່​ໄດ້​ຍົກ​ລະ​ດັບນັ້ນ ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ຕິ​ບັດ​ສຳ​ເລັດ​ລະ​ບຽບ​ການ​ບໍ​ລິ​ຫານ​ໂດຍ​ໄວ ເພື່ອ​ນຳ​ສັນ​ຍາ​ການ​ບໍ​ລິ​ການ​ການ​ບິນ ອາ​ຊຽນ - ນູແວນເຊລັງ (ANZ-ASA) ມີ​ຜົນ​ບັງ​ຄັບ​ໃຊ້.

(ແຫຼ່ງຄັດຈາກ VOV)

ອິນ​ໂດ​ເນ​ເຊຍ ເພີ່ມ​ຄ່າໃຊ້​ຈ່າຍ​​ນ້ຳ​ມັນ​ເຊື້ອ​ໄຟ​ທາງ​ການ​ບິນ​ຂຶ້ນ 50% ຂອງຄ່າ​ປີ້​ຍົນ

ອິນ​ໂດ​ເນ​ເຊຍ ເພີ່ມ​ຄ່າໃຊ້​ຈ່າຍ​​ນ້ຳ​ມັນ​ເຊື້ອ​ໄຟ​ທາງ​ການ​ບິນ​ຂຶ້ນ 50% ຂອງຄ່າ​ປີ້​ຍົນ

ລະ​ດັບ​ຄ່າ​​ໃຊ້​ຈ່​າຍໄດ້​ກຳ​ນົດ​ໂດຍອີງ​ຕາມ​ຄ່າ​ນ້ຳ​ມັນ​ເຊື້ອ​ໄຟ​ການ​ບິນ​ສະ​ເລ່ຍ ໂດຍ​ບັນ​ດາ​ບໍ​ລິ​ສັດ​ສະ​ໜອງ​ນ້ຳ​ມັນ​ເຊື້ອ​ໄຟ​ຍົກ​ອອກ​ມາ.

Top