• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຊ່ຽວຊານ ຍີ່ປຸ່ນ ສະເໜີເຕັກໂນໂລຢີທໍາຄວາມສະອາດແຫຼ່ງນໍ້າຢູ່ແມ່ນໍ້າ ໂຕລິກ

ຍີ່ປຸ່ນ ມີອຸປະກອນເຕັກໂນໂລຢີທັນສະໄໝ bio – nano ສາມາດຕິດຕັ້ງຢູ່ໃຕ້ແມ່ນໍ້າໂຕລີກ ເພື່ອທໍາຄວາມສະອາດໃຫ້ແມ່ນໍ້າ.
ຕອນບ່າຍວັນທີ 11 ເມສາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະນັກຊ່ຽວຊານ ຍີ່ປຸ່ນ ກ່ຽວກັບ ສິ່ງແວດລ້ອມ ໂດຍທ່ານ ປອ. Tadashi Yamamura, ຊ່ຽວຊານສະຫະປະຊາຊາດກ່ຽວກັບສິ່ງແວດລ້ອມ, ປະທານອົງການສົ່ງເສີມການຄ້າ - ສິ່ງແວດລ້ອມ ຍີ່ປຸ່ນ, ນໍາໜ້າ.


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານ ປອ. Tadashi Yamamura, ຊ່ຽວຊານສະຫະປະຊາຊາດກ່ຽວກັບສິ່ງແວດລ້ອມ, ປະທານອົງການສົ່ງເສີມການຄ້າ - ສິ່ງແວດລ້ອມ ຍີ່ປຸ່ນ

ເມື່ອແລກປ່ຽນກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານ ປອ. Tadashi Yamamura ໃຫ້ຮູ້ວ່່າ ຍີ່ປຸ່ນ ມີອຸປະກອນເຕັກໂນໂລຢີທັນສະໄໝ bio – nano ສາມາດຕິດຕັ້ງຢູ່ໃຕ້ແມ່ນໍ້າໂຕລີກ ເພື່ອທໍາຄວາມສະອາດໃຫ້ແມ່ນໍ້າ. ທ່ານກໍໃຫ້ຮູ້ຕື່ມອີກວ່າ ທາງຍີ່ປຸ່ນ ໄດ້ປະຕິບັດການສໍາຫຼວດ, ກວດກາເປັນເວລາ 02 ປີ ຈິ່ງຍົກອອກຂໍ້ສະເໜີດັ່ງກ່າວ ແລະ ຫວັງວ່າ ເຕັກໂນໂລຢີທັນສະໄໝນີ້ ຈະຊ່ວຍຫວຽດນາມໃນການບໍາບັດນໍ້າເສຍ.

        ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ຫວຽດນາມມີຄວາມເອົາໃຈໃສ່ເປັນພິເສດເຖິງບັນຫາສິ່ງແວດລ້ອມ ແລະ ນີ້ແມ່ນຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງສອງປະເທດ ພ້ອມທັງ ຊົມເຊີຍ ແລະ ຕີລາຄາສູງຂໍ້ສະເໜີຂອງຍີ່ປຸ່ນ. ທ່ານ ຫງວຽນຊວນຟຸກ ສະເໜີວ່າ ບັນດານັກຊ່ຽວຊານ ຍີ່ປຸນ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງຫວຽດນາມ ຈະຄົ້ນຄວ້າລະອຽດ ແລະ ຕົກລົງເຫັນດີຈັດຕັ້ງປະຕິບັດຖືກຕ້ອງຕາມຂໍ້ກໍານົດ, ຮັບປະກັນຄຸນນະພາບ, ປະສິດທິຜົນ. ນີ້ແມ່ນພື້ນຖານທີ່ດີ ເພື່ອບໍາບັດແຫຼ່ງນໍ້າເປັນມົນລະພິດຢູ່ທ້ອງຖ່ິນຕ່າງໆ./.

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top