ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໂຮ່ອານຟອງ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງທ່ານ Gregory John Norman (ສັນຊາດ ອົດສະຕາລີ) ຮັບດຳລົງຕຳແໜ່ງທູດທ່ອງທ່ຽວ ຫວຽດນາມ ອາຍຸການ 2025 – 2030 ຢ່າງເປັນທາງການ.
ທ່ານ Gregory John Norman ໄດ້ຮັບຖືວ່າແມ່ນນັກກ໊ອບມີຊື່ສຽງໃນໂລກ, ຮ່ວມເດີນທາງກັບຂະແໜງທ່ອງທ່ຽວ ຫວຽດນາມ ນັບແຕ່ປີ 2018 ໃນຖານະຕຳແໜ່ງທູດການທ່ອງທ່ຽວ. ໃນອາຍຸການທຳອິດ (2018 – 2021), ທ່ານໄດ້ສ້າງຂີດໝາຍເມື່ອນຳ ຫວຽດນາມ ກາຍເປັນ “ຈຸດນັດພົບກ໊ອບທີ່ດີທີ່ສຸດໃນໂລກ” ເປັນ 8 ຄັ້ງຕໍ່ເນື່ອງ (2017 – 2024) ແລະ “ຈຸດນັດພົບກ໊ອບທີ່ດີທີ່ສຸດໃນໂລກ” ເທື່ອທີ 2 (ປີ 2019 ແລະ 2021) ໂດຍ World Golf Awards (ເຊິ່ງເປັນລາງວັນສາກົນທີ່ມີອິດທິພົນຊື່ສຽງໃນຂົງເຂດກ໊ອບ, ເຊິ່ງຢູ່ໃນລະບົບລາງວັນ World Golf Awards) ຄັດເລືອກ.
ກ່າວຄຳເຫັນທີ່ພິທີມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງທູດການທ່ອງທ່ຽວ ຫວຽດນາມ ອາຍຸການ 2025 – 2030, ທ່ານ Gregory John Norman, ແບ່ງປັນວ່າ:
“ກ່ອນນີ້, ເມື່ອຂ້າພະເຈົ້າມາ ຫວຽດນາມ, ຂ້າພະເຈົ້າເຫັນໄດ້ໂອກາດ, ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວກ໊ອບຂອງ ຫວຽດນາມ ທີ່ຍັງບໍ່ທັນໄດ້ຂຸດຄົ້ນເທື່ອ. ດ້ວຍຖານະເປັນຜູ້ຫຼິ້ນກອບເປັນເວລາຫຼາຍປີ, ດ້ວຍຄວາມຮູ້, ທັກສະຂອງຕົນ, ຂ້າພະເຂົ້າໃຫ້ຄຳໝັ້ນສັນຍາຈະປະກອບສ່ວນໃຫ້ແກ່ການພັດທະນາການທ່ອງທ່ຽວກ໊ອບ ຫວຽດນາມ. ຕາມຂ້າພະເຈົ້າແລ້ວ, ດ້ວຍວິໄສທັດຍຸດທະສາດຂອງຂະແໜງທ່ອງທ່ຽວ ຫວຽດນາມ, ຂະແໜງທ່ອງທ່ຽວ ຫວຽດນາມ ໄດ້ມີບາດກ້າວທີ່ໜ້ານັບຖື, ບັນລຸໄດ້ຜົນງານຫຼາຍຢ່າງພໍສົມຄວນ”.