• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະ​ຄອນ​ໂຮ່​ຈີ​ມິນ ເປີດ​ນຳ​ໃຊ້ ສວນ​ສາ​ທາ​ລະ​ນະ ​ຈາ​ລຶກ​ຜູ້​ປະ​ສົບ​ເຄາະ​ຮ້າຍ ຈາກ COVID-19

ຈຸດເນັ້ນໜັ້ກຂອງສວນສາທາລະນະແມ່ນ ສະໜາມຫຼວງໃຈກາງຮູບວົງມົນ, ກວ້າງປະມານ 1.800 ຕາແມັດ ໂດຍໄດ້ຮັບແຫຼ່ງບັນດານໃຈຈາກຮູບຂອງຢອດນ້ຳ ຕົກລົງໜ້າດິນ ເຊິ່ງເປັນສັນຍາລັກໃຫ້ແກ່ຄວາມຊົງຈຳ ແລະ ການຟື້ນຟູພາຍຫຼັງພະຍາດ COVID-19.
  ສວນສາທາລະນະມີເນື້ອທີ 4,3 ເຮັກຕາ (ພາບ: VOV)  
ນຄ່ຳວັນທີ 12 ກຸມພາ, ຢູ່ນະຄອນ ໂຮ່ຈີມິນ ໄດ້ເປີດນຳໃຊ້ ສວນສາທາລະນະ ເລກ 1 ລີທ້າຍໂຕຢ່າງເປັນທາງການ. ນີ້ບໍ່ພຽງແຕ່ແມ່ນສະຖານທີ່ເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍຈາກ COVID-19 ເທົ່ານັ້ນ ຫາກຍັງແມ່ນສະຖານທີ່ແຫ່ງສີຂຽວທີ່ມີຄວາມວັດທະນະທຳມະນຸດຢູ່ໃຈກາງຕົວເມືອງອີກດ້ວຍ.

ສວນສາທາລະນະເລກ 1 ລີທ້າຍໂຕ, ຕາແສງ ເວື່ອນລາຍ, ໄດ້ກໍ່ສ້າງໃນເວລາກ່ວາ 90 ວັນ, ມີເນື້ອທີ່ 4,3 ເຮັກຕາ, ຕັ້ງຢູ່ເຂດດິນແດນໃຈກາງຕົວເມືອງ, ສວນສາທາລະນະໄດ້ກຳນົດແມ່ນ 1 ໃນ 9 ໂຄງການຈຸດສຸມໃນການກຳນົດທິດພັດທະນາພື້ນທີ່ສີຂຽວຂອງ ນະຄອນ ໂຮ່ຈີມິນໃນໄລຍະໃໝ່.

ຈຸດເນັ້ນໜັ້ກຂອງສວນສາທາລະນະແມ່ນ ສະໜາມຫຼວງໃຈກາງຮູບວົງມົນ, ກວ້າງປະມານ 1.800 ຕາແມັດ ໂດຍໄດ້ຮັບແຫຼ່ງບັນດານໃຈຈາກຮູບຂອງຢອດນ້ຳ ຕົກລົງໜ້າດິນ ເຊິ່ງເປັນສັນຍາລັກໃຫ້ແກ່ຄວາມຊົງຈຳ ແລະ ການຟື້ນຟູພາຍຫຼັງພະຍາດ COVID-19. ເນື່ອງໃນໂອກາດເປີດນຳໃຊ້, ສະຖານທີ່ສວນສາທາລະນະກໍ່ໄດ້ຈັດ ວັນບຸນດອກໄມ້ຍາມລະດູບານໃໝ່ ບົນເນື້ອທີ່ກວ່າ 4 ເຮັກຕາ ດ້ວຍຕົ້ນໄມ້ນັບໜື່ນຕົ້ນ ທີ່ເຂັ້ມຂຸ້ນໄປດ້ວຍສີສັນບຸນເຕັດຂອງສາມພາກ, ອັນໄດ້ສ້າງສະຖານທີ່ນັດພົບດ້ານວັດທະນະທຳ - ການທ່ອງທ່ຽວຍາມລະດູບານໃໝ່ໃຫ້ແກ່ຊາວນະຄອນ.

(ແຫຼ່ງຄັດຈາກ VOV)

ດົ່ງ​ທາບ ສ້າງຄືນ​ໂຄງ​ປະ​ກອບ​ ກຸ່ມ​ກຳ​ປັ່ນ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳຕາມ​ທິດ​ຍືນ​ຍົງ

ດົ່ງ​ທາບ ສ້າງຄືນ​ໂຄງ​ປະ​ກອບ​ ກຸ່ມ​ກຳ​ປັ່ນ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳຕາມ​ທິດ​ຍືນ​ຍົງ

ເປົ້າໝາຍຂອງແຜນຮ່າງແມ່ນຫັນປ່ຽນບັນດາອາຊີບຂຸດຄົ້ນທີ່ມີຜົນກະທົບໃຫຍ່ຕໍ່ແຫຼ່ງຜົນປະໂຫຍດສິນໃນນ້ຳ, ສິ່ງແວດລ້ອມ ແລະ ລະບົບຊີວະນາໆພັນ ໄປເປັນບັນດາອາຊີບຂຸດຄົ້ນທີ່ເປັນມິດ ແລະ ຍືນຍົງກວ່າ

Top