• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະຄອນ ໂຮ່ຈີມິນ, ດ້ວຍຖານະເປັນສູນເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນແຖວໜ້າຂອງ ຫວຽດນາມ, ຈະແມ່ນໜຶ່ງໃນບັນດາຈຸດສຸມຜັນຂະຫຍາຍບັນດາແຜນການຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.
ບັນຍາກາດການພົບປະ (ພາບ: plo.vn)

“ນະຄອນ ໂຮ່ຈີມິນ ກຽມພ້ອມຍົກລະດັບການພົວພັນຮ່ວມມືກັບບັນດາທ້ອງຖິ່ນຂອງ ອົດສະຕາລີ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ເຈິ່ນລຶວກວາງ ເລຂາຄະນະພັກນະຄອນ ໂຮ່ຈີມິນ ຂອງ ຫວຽດນາມ ໃນການພົບປະກັບທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ ແລະ ສາມີ, ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 12 ກັນຍາ ຢູ່ນະຄອນ ໂຮ່ຈີມິນ.

ທ່ານເຈິ່ນລຶວກວາງ ໃຫ້ຮູ້ວ່າ ນະຄອນ ໂຮ່ຈີມິນ, ດ້ວຍຖານະເປັນສູນເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນແຖວໜ້າຂອງ ຫວຽດນາມ, ຈະແມ່ນໜຶ່ງໃນບັນດາຈຸດສຸມຜັນຂະຫຍາຍບັນດາແຜນການຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ອົດສະຕາລີ. ທ່ານເນັ້ນໜັກວ່າ ພາຍຫຼັງທີ່ໂຮມແຂວງ ບ່າເຣ້ຍ - ຫວູງເຕົາ ແລະ ບິ່ງເຢືອງ ເຂົ້ານະຄອນ ໂຮ່ຈີມິນ, ປັດຈຸບັນ, ນະຄອນນີ້ຍິ່ງມີຫຼາຍກຳລັງບົ່ມຊ້ອນເພື່ອສືບຕໍ່ພັດທະນາການພົວພັນຮ່ວມມືກັບທ້ອງຖິ່ນຕ່າງໆຂອງ ອົດສະຕາລີ, ການນຳນະຄອນ ໂຮ່ຈີມິນ ປາດຖະໜາວ່າ ອົດສະຕາລີ ຈະສືບຕໍ່ຊ່ວຍເຫຼືອ, ຮ່ວມມືຢ່າງມີປະສິດທິຜົນ ຊ່ວຍນະຄອນສືບຕໍ່ພັດທະນາຢ່າງຂະຫຍັນຂັນເຄື່ອນໃນອະນາຄົດ.

ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ ມີຄວາມປາດຖະໜາວ່າ ອົດສະຕາລີ ຈະສືບຕໍ່ຮັບນັກສຶກສາ ແລະ ນັກຮຽນຮູ້ ຫວຽດນາມ ມາຮ່ຳຮຽນ, ບຳລຸງວິຊາຊີບເພື່ອກາຍເປັນແຫຼ່ງກຳລັງປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ…

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top