ຂ່າວສານ

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະຄອນ ໂຮ່ຈີມິນ, ດ້ວຍຖານະເປັນສູນເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນແຖວໜ້າຂອງ ຫວຽດນາມ, ຈະແມ່ນໜຶ່ງໃນບັນດາຈຸດສຸມຜັນຂະຫຍາຍບັນດາແຜນການຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.
ບັນຍາກາດການພົບປະ (ພາບ: plo.vn)

ນະຄອນ ໂຮ່ຈີມິນ ກຽມພ້ອມຍົກລະດັບການພົວພັນຮ່ວມມືກັບບັນດາທ້ອງຖິ່ນຂອງ ອົດສະຕາລີ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ເຈິ່ນລຶວກວາງ ເລຂາຄະນະພັກນະຄອນ ໂຮ່ຈີມິນ ຂອງ ຫວຽດນາມ ໃນການພົບປະກັບທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ ແລະ ສາມີ, ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 12 ກັນຍາ ຢູ່ນະຄອນ ໂຮ່ຈີມິນ.

ທ່ານເຈິ່ນລຶວກວາງ ໃຫ້ຮູ້ວ່າ ນະຄອນ ໂຮ່ຈີມິນ, ດ້ວຍຖານະເປັນສູນເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນແຖວໜ້າຂອງ ຫວຽດນາມ, ຈະແມ່ນໜຶ່ງໃນບັນດາຈຸດສຸມຜັນຂະຫຍາຍບັນດາແຜນການຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ອົດສະຕາລີ. ທ່ານເນັ້ນໜັກວ່າ ພາຍຫຼັງທີ່ໂຮມແຂວງ ບ່າເຣ້ຍ - ຫວູງເຕົາ ແລະ ບິ່ງເຢືອງ ເຂົ້ານະຄອນ ໂຮ່ຈີມິນ, ປັດຈຸບັນ, ນະຄອນນີ້ຍິ່ງມີຫຼາຍກຳລັງບົ່ມຊ້ອນເພື່ອສືບຕໍ່ພັດທະນາການພົວພັນຮ່ວມມືກັບທ້ອງຖິ່ນຕ່າງໆຂອງ ອົດສະຕາລີ, ການນຳນະຄອນ ໂຮ່ຈີມິນ ປາດຖະໜາວ່າ ອົດສະຕາລີ ຈະສືບຕໍ່ຊ່ວຍເຫຼືອ, ຮ່ວມມືຢ່າງມີປະສິດທິຜົນ ຊ່ວຍນະຄອນສືບຕໍ່ພັດທະນາຢ່າງຂະຫຍັນຂັນເຄື່ອນໃນອະນາຄົດ.

ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ ມີຄວາມປາດຖະໜາວ່າ ອົດສະຕາລີ ຈະສືບຕໍ່ຮັບນັກສຶກສາ ແລະ ນັກຮຽນຮູ້ ຫວຽດນາມ ມາຮ່ຳຮຽນ, ບຳລຸງວິຊາຊີບເພື່ອກາຍເປັນແຫຼ່ງກຳລັງປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ…


top