• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນໂຮ່ຈີມິນ ເປີດສະຖານທີ່ຂາຍສະບຽງອາຫານຕື່ມອີກ 150 ແຫ່ງ ເພື່ອສະໜອງສະບຽງອາຫານໃຫ້ແກ່ປະຊາຊົນ

      ປັດຈຸບັນ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນໂຮ່ຈີມິນ ກໍ່ພວມເພີ່ມທະວີ ບັນດາສະຖານທີ່ຂາຍສະບຽງອາຫານຕື່ມອີກຢູ່ບັນດາເຂດທີ່ມີປະຊາຊົນຫຼາຍຄົນ.
ພາບປະກອບ:  nld.com.vn
      ໃນຊຸມວັນຜ່ານມາ, ຫຼາຍແຫ່ງຢູ່ນະຄອນໂຮ່ຈີມິນ ໄດ້ແຈກຢາຍໃບຊື້ເຄື່ອງຂອງທີ່ຈຳເປັນໃຫ້ແກ່ປະຊາຊົນໄປຕະຫຼາດ, ຮ້າຍສັບພະສິນຄ້າ... ຊື້ສະບຽງອາຫານເພື່ອແນໃສ່ປະກອບສ່ວນຈຳກັດການໄປມາຊື້ເຄື່ອງຂອງປະຊາຊົນ, ຈຳກັດການເຕົ້າໂຮມກັນຫຼາຍຄົນ. ປັດຈຸບັນ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນໂຮ່ຈີມິນ ກໍ່ພວມເພີ່ມທະວີ ບັນດາສະຖານທີ່ຂາຍສະບຽງອາຫານຕື່ມອີກຢູ່ບັນດາເຂດທີ່ມີປະຊາຊົນຫຼາຍຄົນ. ທ່ານ ຫງວຽນງວຽນເຟືອງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:
 ພະແນກອຸດສາຫະກຳ ແລະ ການຄ້ານະຄອນໂຮ່ຈີມິນ ພວມຕັ້ງໜ້າກວດກາຄືນບັນດາລະບົບ, ຊ່ອງຈຳໜ່າຍທີ່ມີຢູ່ແລ້ວ ເຊິ່ງກ່ຽວຂ້ອງເຖິງການຄ້າ, ຂົນຂວາຍບັນດາວິສາຫະກິດນີ້ ເພີ່ມເຕີມສິນຄ້າປະເພດທັນຍະຫານ, ອາຫານສົດ ເພື່ອຮັບໃຊ້ປະຊາຊົນ. ໃນຊຸມວັນຈະມາເຖິງ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນໂຮ່ຈີມິນ ຈະມານະພະຍາມຈັດຕັ້ງສະຖານທີ່ຂາຍເຄື່ອງຕື່ມອີກແຕ່ 100 – 150 ແຫ່ງຢູ່ເຂດຊຸມຊົນໃນບໍລິເວນນະຄອນ.
ພະແນດອຸດສາຫະກຳ ແລະ ການຄ້ານະຄອນໂຮ່ຈີມິນ ໄດ້ສະເໜີໃຫ້ບັນດາເມືອງ ແລະ ນະຄອນ ຖູດຶກ ເປີດຄືນບັນດາສະຖານທີ່ຂ້າຍເຄື່ອງປອດໄພຢູ່ບັນດາຕະຫຼາດເກົ່າໂດຍໄວ ແລະ ຊອກຫາພື້ນທີ່ຢູ່ໃກ້ກັບຕະຫຼາດ ເພື່ອເປີດສະຖານທີ່ຂາຍເຄື່ອງສະໜອງສະບຽງອາຫານ, ໃຫ້ແກ່ປະຊາຊົນ. ພ້ອມທັງ, ຈັດຕັ້ງບັນດາຖ້ຽວລົດບຸລິມະສິດເພື່ອຂົນສົ່ງສິນຄ້າ ໃຫ້ແກ່ບັນດາຮ້ານຂາຍເຄື່ອງນີ້ຢ່າງໄວວາ.
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top