• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນໂຮ່ຈິມີນແລະແຂວງHokkaidoປະເທດຍີ່ປຸ່ນເພີ່ມທະວີການຮ່ວມມືໃນຂົງເຂດກະສິກຳ,ສິນໃນນ້ຳ,ສິນທະເລ

      ຕອນຄ່ຳວັນທີ 8 ສິງຫາ, ທ່ານ ເລແທງລຽມ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມີນ ໄດ້ຕ້ອນຮັບທ່ານນາງ Takahashi Harumi ຜູ້ວ່າການແຂວງ Hokkaido ປະເທດຍີ່ປຸ່ນ. 

ທ່ານນາງ Takahashi Harumi ຜູ້ວ່າການແຂວງ Hokkaido ຕອບສຳພາດຕໍ່ນັກຂ່າວ
      ໃນສະພາບການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ທ່ານ ເລແທງລຽມ ຢືນຢັນ: ນະຄອນ ໂຮ່ຈິມີນ ປາດຖະຫນາຢາກໄດ້ຮ່ວມມືກັບບັນດາວິສາຫະກິດຂອງແຂວງ Hokkaido ໃນບັນດາຂົງເຂດກະສິກຳ, ການຫາສິນໃນນ້ຳ ສິນທະເລ, ພັດທະນາເຕັກໂນໂລຊີສູງ. ນະຄອນ ໂຮ່ຈິມີນ ຈະແມ່ນປະຕູໃຈກາງເພື່ອໃຫ້ບັນດາວິສາຫະກິດຂອງແຂວງ Hokkaido  ແຊກຊືມເຂົ້າຕະຫລາດອື່ນຢູ່ພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້, ພ້ອມທັງ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ສາມາດໂຄສະນາ, ສົ່ງເສີມການລົງທຶນດ້ານການຄ້າຢູ່ນະຄອນ. ຜ່ານນັ້ນ ປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນດ້ານວັດທະນະທຳ, ເສດຖະກິດ, ວັດທະນະທຳສັງຄົມລະຫວ່າງສອງປະເທດ ຫວຽດນາມ ແລະ ຍີ່ປຸ່ນ.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top