ຂ່າວສານ
ນະຄອນ ໂຮ່ຈິມິນ ນຳການພົວພັນຕ່າງປະເທດຢູ່ຂອງທ້ອງຖິ່ນໃຫ້ກາຍເປັນກຳລັງໜູນນະວັດຕະກໍາ ແລະ ການເຕີບໂຕແບບຍືນຍົງ
ກອງປະຊຸມເຈົ້າຄອງນະຄອນໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 11 ກັນຍາ ຢູ່ຕາແສງ ວຸງເຕົາ (ນະຄອນ ໂຮ່ຈິມິນ). ດ້ວຍຫົວຂໍ້ "ການທູດພົວພັນຕ່າງປະເທດຂອງທ້ອງຖິ່ນ - ກຳລັງໜູນໃຫ້ແກ່ນະວັດຕະກໍາ ແລະ ການເຕີບໂຕແບບຍືນຍົງ", ກອງປະຊຸມໄດ້ສຸມໃສ່ ຊີ້ແຈ້ງບົດບາດເປັນເຈົ້າຂອງອຳນາດການປົກຄອງທ້ອງຖິ່ນໃນການຜັນຂະຫຍາຍແນວທາງການຕ່າງປະເທດແຫ່ງຊາດ, ພ້ອມກັນນັ້ນ, ຊອກຫາບັນດາຮູບແບບ ການຮ່ວມມືແທດຈິງ, ເໝາະສົມກັບຄວາມຕ້ອງການ ແລະ ທ່າແຮງຂອງແຕ່ລະທ້ອງຖິ່ນ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຫງວຽນລົກຮ່າ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ, ຊີ້ແຈ້ງວ່າ:
“ເຄືອຂ່າຍການພົວພັນຮ່ວມມືມິດຕະພາບກັບ 88 ທ້ອງຖິ່ນຂອງຕ່າງປະເທດ ແລະ ເກືອບ 20 ອົງການຄູ່ຮ່ວມມືສາກົນໃນປະຈຸບັນແມ່ນພື້ນຖານທີ່ສຳຄັນເພື່ອໃຫ້ ນະຄອນ ໂຮ່ຈິມິນ ສືບຕໍ່ເປີດກວ້າງພື້ນທີ່ສົນທະນາ, ເພີ່ມທະວີການເຊື່ອມຕໍ່ກັບບັນດາຄູ່ຮ່ວມມືຍຸດທະສາດ ແລະ ເຂົ້າຮ່ວມເຄືອຂ່າຍພັດທະນານະວັດຕະກຳທົ່ວໂລກ ຢ່າງເລິກເຊິ່ງກວ່າ.”
ການສົນທະນາມິດຕະພາບນະຄອນ ໂຮ່ຈິມິນ ຄັ້ງທີ 3 ປີ 2026 ຈັດຂຶ້ນແຕ່ວັນທີ 10 ຫາວັນທີ 12 ກັນຍາ ຢູ່ຕາແສງ ວຸງເຕົ່າ. ເຫດການໄດ້ດຶງດູດຜູ້ແທນ ຢູ່ພາຍໃນ ແລະ ສາກົນເກືອບ 500 ຄົນ.






