• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ດ້ຽນບຽນຝູ ໄດ້ຮັບການປະດັບປະດາດ້ວຍທຸງ, ດອກໄມ້ ເພື່ອຕ້ອນຮັບວັນບຸນໃຫຍ່

ໃນຊຸມມື້ນີ້, ໃນທົ່ວຖະໜົນຫົນທາງ ສາຍສຳຄັນຂອງ ນະຄອນ ດ້ຽນບຽນຝູ ເຊັ່ນ: ຖະໜົນ ຫວໍງວຽນຢາບ, ຖະໜົນ 7-5, ຖະໜົນ ເຈິ່ນການ, ຖະໜົນ ເຈື່ອງຈິງ, ຖະໜົນ ຟ້າມວັນດົ່ງ ແລະ ຢູ່ຕາມບັນດາສະຖານທີ່ ປະຫວັດສາດ ທີ່ມີຊື່ສຽງ ຢູ່ໃສກໍ່ໄດ້ຮັບການປະດັບປະດາດ້ວຍມີທຸງ, ດອກໄມ້, ປ້າຍໂຄສະນາ, ປ້າຍຄຳຂວັນ ເພື່ອ ຂ່ຳນັບຮັບຕ້ອນ ເຫດການ ສະເຫຼີມສະຫຼອງ 70 ປີ ແຫ່ງວັນໄຊຊະນະ ດ້ຽນບຽນຝູ ທີ່ “ສະໜັ່ນຟ້າ, ສະເທືອນດິນ”.
  ທາງວົງວຽນຢູ່ເຂດອະນຸສາວະລີ ໄຊຊະນະ ດ້ຽນບຽນຝູ ໄດ້ຮັບການປະດັບປະດາ ດ້ວຍບັນດາກະຖາງດອກໄມ້ ທີ່ເຕັມໄປດ້ວຍສີສັນ.
ປ້າຍໂຄສະນາຂະໜາດໃຫຍ່ຖືກຈັດວາງ ຢູ່ຕາມຖະໜົນ ແລະ ເສັ້ນທາງຫຼາຍສາຍ ຂອງນະຄອນ ດ້ຽນບຽນຝູ ເພືື່ອຂຳ່ນັບຮັບຕ້ອນວັນບຸນໃຫຍ່. 
ປ້າຍໂຄສະນາ, ປ້າຍຄຳຂວັນ ເຕັມຖະໜົນຂອງນະຄອນ ດ້ຽນບຽນຝູ.
ຖະ​ໜົນ​ທາງ​ໜ້າ​ ເຂດ​ອານຸສາ​ວະ​ລີ​ ໄຊ​ຊະ​ນະ​ ດ້ຽນ​ບຽນ​ຝູ​ ໄດ້​ຮັບ​ການ​ປະດັບ​ປະດາ​ດ້ວຍ​ທຸງ ແລະ ດອກ​ໄມ້.

ຂົວ​ ແທງ​ບິ່ງ, ​ແມ່ນ​ໂຄງການ​ສຳຄັນ ​ເພື່ອ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ໄຊຊະນະ​ ດ້ຽນບຽນ​ຝູ ຊຶ່ງເປັນຂົວ ກ່າຍຂ້າມແມ່ ​ນ້ຳ​ຣົ໋ມ.

ເຕັມ​ໄປ​ດ້ວຍ​ທຸງ ​ແລະ ດອກ​ໄມ້ ​ເພື່ອ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນ​ຝູ ຢູ່​ຖະໜົນ ຫວໍງວຽນຢາບ.
ປ້າຍໂຄສະນາ ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງ​ວັນໄຊ​ຊະ​ນະ ດ້ຽນບຽນຝູ ເດັ່ນຂຶ້ນ​ຢູ່​ຕາມ​ຖະ​ຫນົນ​.

ກ່ອນໜ້ານັ້ນ, ແຂວງ ດ້ຽນບຽນ ໄດ້ສຸມໃສ່ປະຕິບັດ ຫຼາຍໂຄງການຍົກລະດັບ ແລະ ສ້ອມແປງຖະໜົນຫົນທາງ, ສະໜາມກິລາ ລະບົບໄຟສ່ອງແສງສະຫວ່າງ... ທີ່ໄດ້ຮັບຄວາມເສຍຫາຍ. ສຳລັບຈຳນນວນໂຄງການກໍ່ສ້າງໃໝ່ ຄື: ຂົວ ແທງບິ່ງ, ໂຮງຮຽນປະຖົມ ຮ່າໂນ້ຍ-ດ້ຽນບຽນ, ເຮືອນພັກແຂວງ ແລະ ຖະໜົນຫົນທາງສາຍໃໝ່ຈຳນວນໜຶ່ງ ກໍ່ໄດ້ຮັບການອະນາໄມຢ່າງຮີບດ່ວນ, ເຮັດໃຫ້ສຳເລັດ ແລະ ປະດັບປະດາດ້ວຍທຸງ, ດອກໄຟ, ຕົ້ນໄມ້ປະດັບເອ້... ເພື່ອຂຳ່ນັບຮັບຕ້ອນວັນບຸນໃຫຍ່ຂອງຊາດ. 

ພິທີສະເຫຼີມສະຫຼອງ, ແຫ່ຂະບວນ, ສວນສະໜາມ ສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ຈະໄດ້ຮັບການດຳເນີນໄປ ໃນຕອນເຊົ້າ ວັນທີ 7 ເດືອນ ພຶດສະພາ ຢູ່ສະໜາມກິລາ ແຂວງ ດ້ຽນບຽນ. ນີ້ແມ່ນຈຸດເດັ່ນທີ່ສຳຄັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນໄຊຊະນະ ດ້ຽນບຽນຝູ ເພື່ອສະແດງກຳລັງ, ຖານະບົດບາດ ແລະ ຄຸນຄ່າປະຫວັດສາດອັນຍິ່ງໃຫຍ່ ຂອງໄຊຊະນະ ດ້ຽນບຽນຝູ. ມາຮອດປັດຈຸບັນ, ວຽກງານການກະກຽມໃຫ້ ວັນບຸນໃຫຍ່ ແມ່ນກຽມພ້ອມແລ້ວ, ຖະໜົນຫົນທາງ ກວ້າງຂວາງ ແລະ ສະອາດ ສວຍງາມ, ຈິດໃຈຂອງປະຊາຊົນ ກໍ່ຍັງມີຄວາມເບີກບານມ່ວນຊື່ນຍິ່ງຂຶ້ນ ເພື່ອລໍຖ້າຕ້ອນຮັບຊ່ວງເວລາປະຫວັດສາດ ທີ່ຈະມາເຖິງ ໃນດິນແດນແຫ່ງວິລະຊົນນີ້.

ປະຕິບັດໂດຍ: ແທງຢາງ/VNP

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top