• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

“ທ້ອນໂຮມປະເທດຊາດເປັນເອກະພາບ”: ບັນດາຈຸດເວລາປະຫວັດສາດຂອງລະດູບານໃໝ່ 1975

ງານວາງສະແດງກໍ່ເຮັດແຈ້ງເຖິງການສະໜັບສະໜູນ, ການລຳລຽງຂອງແນວຫຼັງໃຫຍ່ທາງພາກເໜືອຕໍ່ກັບແນວໜ້າທາງພາກໃຕ້

ງານວາງສະແດງດ້ວຍຫົວຂໍ້ “ທ້ອນໂຮມປະເທດຊາດເປັນເອກະພາບ” ພວມຈັດຂຶ້ນຢູ່ຫໍພິພິຕະພັນປະຫວັດສາດແຫ່ງຊາດ. ມີເອກະສານ, ວັດຖຸພັນເກືອບ 150 ຢ່າງ ໄດ້ວາດພາບເຖິງໄລຍະທາງ 21 ປີແຫ່ງການຕໍ່ສູ້ທີ່ລຳບາກກາກກຳ ແລະ ພິລະອາດຫານຂອງທະຫານ ແລະ ປະຊາຊົນ ຫວຽດນາມ.

ງານວາງສະແດງດ້ວຍຫົວຂໍ້ “ທ້ອນໂຮມປະເທດຊາດເປັນເອກະພາບ” ໄດ້ແບ່ງປັນ 3 ພາກຈຸດສຸມ, ສ່ອງແສງຄວາມຄາດຫວັງທ້ອນໂຮມປະເທດຊາດເປັນເອກະພາບ, ແນະນຳກ່ຽວກັບແນວທາງ, ນະໂຍບາຍຊີ້ຂາດອັນສະຫຼາດສ່ອງໃສຂອງປະທານ ໂຮ່ຈີມິນ ແລະ ພັກກອມມູນິດ ຫວຽດນາມ ທີ່ໄດ້ຊີ້ນຳ, ນຳພາກອງທັບ ແລະ ປະຊາຊົນຕີໄຊຊະນະພວກສັດຕູທີ່ເຂົ້າມາຮຸກຮານ. ງານວາງສະແດງກໍ່ເຮັດແຈ້ງເຖິງການສະໜັບສະໜູນ, ການລຳລຽງຂອງແນວຫຼັງໃຫຍ່ທາງພາກເໜືອຕໍ່ກັບແນວໜ້າທາງພາກໃຕ້; ການສະໜັບສະໜູນຂອງປະຊາຊົນໂລກທີ່ມີຕໍ່ພາລະກິດຕ້ານ ອາເມລິກາ ກູ້ຊາດຂອງປະຊາຊົນ ຫວຽດນາມ. ຜ່ານງານວາງສະແດງ, ຜູ້ເຂົ້າຊົມຈະຮູ້ສຶກໄດ້ເຖິງບັນຍາກາດຄຶກຄື້ນ, ຄວາມປິຕິຊົມຊື່ນຂອງວັນບຸນທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານຮອງສາດສະດາຈານ, ປະລິນຍາເອກ ບຸຍຮວ່າຍເຊີນ, ກຳມະການຜູ້ປະຈຳການກຳມາທິການວັດທະນະທຳ, ການສຶກສາ ຂອງສະພາແຫ່ງຊາດຊຸດທີ 15, ແບ່ງປັນວ່າ:

“ງານວາງສະແດງໄດ້ປະກອບສ່ວນສຳຄັນທີ່ສຸດເພື່ອໃຫ້ພວກເຮົາສ້າງນ້ຳໃຈຄວາມຮັກຕໍ່ປະເທດຊາດ ຈາກບັນດາຄວາມຊົງຈຳດ້ານປະຫວັດສາດຂອງລຸ້ນປູ່ລຸ້ນພໍ່, ບັນດາບົດຮຽນອັນລ້ຳຄ່າທີ່ພວກເຮົາມີໄດ້”.

ເມື່ອມາຢ້ຽມຊົມທີ່ງານວາງສະແດງ, ກໍຄຳນຶງເຖິງຈຸດເວລາປະຫວັດສາດ ເມື່ອລົດຖັງເລກ 390 ຕຳເຂົ້າປະຕູໂຂງທຳນຽບເອກະລາດ, ທ່ານນັກຮົບເກົ່າ ໂງຊີ້ຫງວຽນ, ທະຫານປືນໃຫຍ່ຂອງລົດຖັງເລກໝາຍ 390, ໃຫ້ຮູ້ວ່າ:

“ບັ້ນຮົບ ໂຮ່ຈີມິນ ຍາດໄດ້ໄຊຊະນະຢ່າງສົມບູນ, ຕີໄວ, ບັນລຸຜົນງານສູງ. ທີ່ການບຸກໂຈມຕີໄປທາງທິດຕາເວັນອອກ, ຂະບວນທັບ ເລກ 2 ຂອງພວກຂ້າພະເຈົ້າມີລົດຖັງ 2 ຄັນ ມາໄວສຸດແມ່ນລົດຖັງເລກໝາຍ 843 ແລະ 390, ລົດຖັງນັ້ນແມ່ນຂອງ ທ່ານຫົວໜ້າກອງຮ້ອຍ ບຸຍກວາງເທີ້ນ ແລະ ທ່ານຜູ້ຮັບຜິດຊອບທາງການເມືອງ ວູດັງຕວ່ານ. ລົດຖັງ 390 ຂອງພວກຂ້າພະເຈົ້າໄປຕາມແຜນວາດຂອງທ່ານ ບຸຍວັງຕຸ່ງ, ລົດຖັງເລັ່ງຄວາມໄວຂຶ້ນຕຳເຂົ້າປະຕູທຳນຽບເອກະລາດໃຫ້ພັງລົງ. ຮູບພາບນັ້ນແມ່ນຕົວແທນໃຫ້ກຳລັງແຮງຂອງກອງທັບປະຊາຊົນ ຫວຽດນາມ, ຕາງໜ້າໃຫ້ຄວາມຄາດຫວັງສັນຕິພາບຂອງຊາດ ຫວຽດນາມ. 21 ປີທີ່ເຕັມໄປດ້ວຍຄວາມລຳບາກກາກກຳ, ເສຍສະຫຼະຊີວິດ ຈຶ່ງມີວັນນີ້”.

        ເຂົ້າຮ່ວມງານວາງສະແດງ “ທ້ອນໂຮມປະເທດຊາດເປັນເອກະພາບ” ໃນເດືອນ ເມສາ ປະຫວັດສາດ, ຢ້ຽມຊົມບັນດາພາບຖ່າຍ, ວັດຖຸພັນ, ເປັນ ຫຼັກຖານສະແດງໃຫ້ເຫັນຈຸດເວລາປະຫວັດສາດຂອງຊາດ ຫວຽດນາມ ໃນການຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດ, ທ່ານ ໂຮ່ຫວຽດຮ່າ, ຢູ່ ຮ່າໂນ້ຍ, ຈື່ໄດ້ວ່າ:

(ງານວາງສະແດງດ້ວຍຫົວຂໍ້ “ທ້ອນໂຮມປະເທດຊາດເປັນເອກະພາບ” ໄດ້ແບ່ງປັນ 3 ພາກຈຸດສຸມ)

“ຂ້າພະເຈົ້າມາແຫ່ງນີ້ເຕັມໄປດ້ວຍນ້ຳໃຈຂອງວັນທີ 30 ເມສາ, 50 ປີແຫ່ງວັນປົດປ່ອຍ ໄຊງ່ອນ, ຂ້າພະເຈົ້າເອງກໍ່ເຕີບໃຫຍ່ຂຶ້ນ, ຜ່ານຜ່າສົງຄາມຕ້ານ ອາເມລິກາ. ໄປນັບທັງພາກເໜືອ, ພາກໃຕ້ ເພື່ອປົກປັກຮັກສາປະເທດຊາດ. ຂ້າພະເຈົ້າມີຄວາມເຂົ້າໃຈຄຸນຄ່າຂອງການຕໍ່ສູ້ຍາດເອົາເອກະລາດ. ຂ້າພະເຈົ້າໄດ້ເຫັນປະຈັກຕາຈຸດເວລາຊາວ ຮ່າໂນ້ຍ ຢືນຢູ່ແຄມໜອງ ຮວ່ານກຽມ ເພື່ອຮັບຟັງຂ່າວ, ມື້ນີ້ປົດປ່ອຍໄດ້ແຂວງໃດ ແລະ ປະຊາຊົນພ້ອມກັນຕົບມື້. ຂ້າພະເຈົ້າມີຄວາມຕື້ນຕັນໃຈຫຼາຍ, ຢາກຫຼັ່ງນ້ຳຕາ”.

(ຮູບຈຳລອງລົດຖັງ ບຸຸກເຂົ້າໄປທຳນຽບເອກະລາດ, ປັກຄັນທຸງຢູ່ທຳນຽບເອກະລາດ)

ງານວາງສະແດງນີ້ບໍ່ພຽງແຕ່ນຳມາເຊິ່ງອາລົມຈິດທີ່ພິເສດສຳລັບບັນດານັກຮົບເກົ່າ, ປະຊາຊົນຜູ້ໄດ້ຜ່ານຜ່າສົງຄາມເທົ່ານັ້ນ, ຫາກຍັງໄດ້ສ້າງຄວາມປະທັບໃຈຕໍ່ເພື່ອນໜຸ່ມຫຼາຍຄົນ ຜ່ານຮູບພາບຜືນທຸງປິວສະບັດ ແລະ ຮູບຈຳລອງລົດຖັງ ບຸຸກເຂົ້າໄປທຳນຽບເອກະລາດ, ປັກຄັນທຸງຢູ່ທຳນຽບເອກະລາດ.

“ສິ່ງທີ່ສ້າງຄວາມປະທັບໃຈທີ່ສຸດສຳລັບຂ້າພະເຈົ້າແມ່ນ ຢູ່ເທິງເພດານໄດ້ຕິດທຸງແດງດາວເຫຼືອງເປັນຈຳນວນຫຼາຍ. ນີ້ແມ່ນກະແສເພື່ອເຊື່ອມຕົວເຂົ້າບັນຍາກາດຂອງຊາດ ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ. ໃນງານວາງສະແດງນີ້, ຂ້າພະເຈົ້າຮູ້ສຶກໄດ້ເຖິງສິ່ງສຳຄັນທີ່ສຸດ, ນັ້ນແມ່ນຊຸດຮູບຈຳລອງການປັກຄັນທຸງຢູ່ທຳນຽບເອກະລາດ, ເປັນການສະແດງໃຫ້ເຫັນການນຳໃຊ້ເຕັກໂນໂລຊີ ເພື່ອໃຫ້ໄວໜຸ່ມໃນປະຈຸບັນເຫັນໄດ້ວ່າ ປະຫວັດສາດແມ່ນຫົວຂໍໍ້ບໍ່ຢຸດບໍ່ເຊົາ ເພື່ອໃຫ້ພວກເຮົາຂຸດຄົ້ນ, ປະຕິບັດໃນທຸກຂົງເຂດທີ່ແຕກຕ່າງກັນ, ຄື ເຕັກນິກ ແລະ ເຕັກໂນໂລຊີ”.

“ເມື່ອມາຢ້ຽມຢາມງານວາງສະແດງ “ທ້ອນໂຮມປະເທດຊາດເປັນເອກະພາບ”, ຂ້າພະເຈົ້າເອງກໍ່ມີຄວາມຕື້ນຕັນໃຈ ກໍຄືຄວາມເອກອ້າງທະນົງໃຈກ່ຽວກັບໄຊຊະນະປະວັດາດຂອງລຸ້ນປູ່ລຸ້ນພໍ່ກ່ອນນີ້ 50 ປີ. ໂດຍແມ່ນໄວໜຸ່ມ, ລຸ້ນອະນາຄົດຂອງາດ, ໄວໜຸ່ມພວກເຮົາແຕ່ລະຄົນຍິ່ງຮັບຮູ້ຢ່າງຈະແຈ້ງບົດບາດ, ໜ້າທີ່ຄວາມຮັບຜິດຊອບຂອງຕົນສຳລັບອະນາຄົດຂອງປະເທດຊາດ”.

ງານວາງສະແດງ “ທ້ອນໂຮມປະເທດຊາດເປັນເອກະພາບ” ເປີດປະຕູຮອດເດືອນ ສິງຫາ 2025. ຜ່ານບັນດາວັດຖຸພັນທີ່ໄດ້ວາງສະແດງຢູ່ທີ່ນີ້, ອີກເທື່ອໜຶ່ງຄວາມຄາດຫວັງມີສັນຕິພາບ, ທ້ອນໂຮມປະເທດຊາດເປັນເອກະພາບຂອງປະຊາຊົນ ຫວຽດນາມ ພັດປະກາຍແຈ້ງຂຶ້ນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ກອງ​ທັບ ຫວຽດ​ນາມ ພົບ​ປະ​ກັບ​ບັນ​ດາ​ຄະ​ນະ​ກອງ​ທັບ​ສາ​ກົນ​ເຂົ້າ​ຮ່ວມ​ການ​ເດີນ​ສວນ​ສະ​ໜາມ​ໃນ​ວັນ​ທີ 30 ເມ​ສາ

ການ​ນຳ​ກອງ​ທັບ ຫວຽດ​ນາມ ພົບ​ປະ​ກັບ​ບັນ​ດາ​ຄະ​ນະ​ກອງ​ທັບ​ສາ​ກົນ​ເຂົ້າ​ຮ່ວມ​ການ​ເດີນ​ສວນ​ສະ​ໜາມ​ໃນ​ວັນ​ທີ 30 ເມ​ສາ

ການມີໜ້າ ແລະ ເຂົ້າຮ່ວມຂອງບັນດາຄະນະກອງທັບ ຈີນ, ລາວ ແລະ ກຳປູເຈຍ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາແກ່ນ້ຳໃຈສາມັກຄີສາກົນ, ຜູກພັນຄວາມສາມັກຄີອັນໜຽວແຫນ້ນລະຫວ່າງກອງທັບ ແລະ ປະຊາຊົນບັນດາປະເທດ.

Top