• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ໂນ້ຍ​ບາຍ ຈຳ​ເປັນ​ຕ້ອງ​ລົງ​ທຶນ​ໃຫ້​ທັນ​ສະ​ໄໝ ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ຖືວ່າ, ດ້ວຍຄວາມໄວໃນການຟື້ນຟູ , ເຕີບໂຕໂດຍໄວຂອງຂະແໜງການບິນ, ເລື່ອງທ່າອາກາດສະຍານສາກົນ ໂນ້ຍບາຍວສໃສດຕ້ອນຮັບແຂກ 50 ລ້ານເທື່ອຄົນ/ປີ ໃນປີ 2030 ແມ່ນສິ່ງທີ່ເປັນໄປໄດ້.

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ຖືວ່າ, ດ້ວຍຄວາມໄວໃນການຟື້ນຟູ , ເຕີບໂຕໂດຍໄວຂອງຂະແໜງການບິນ, ເລື່ອງທ່າອາກາດສະຍານສາກົນ ໂນ້ຍບາຍວສໃສດຕ້ອນຮັບແຂກ 50 ລ້ານເທື່ອຄົນ/ປີ ໃນປີ 2030 ແມ່ນສິ່ງທີ່ເປັນໄປໄດ້.

   

ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ  ລົງກວດກາຂອບຂະໜາດເຂດປ້ອງກັນຊາດ ຂອງ ທ່າອາກາດສະຍານສາກົນ ໂນ້ຍບາຍ (ພາບ: TTXVN)

ຕອນບ່າຍວັນທີ 21 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ພ້ອມກັບຄະນະປະຕິບັດງານ ໄດ້ລົງກວດກາ ແລະ ເຮັດວຽກກ່ຽວກັບສະພາບການປະຕິບັດແຜນຮ່າງວາງແຜນກຳນົດທ່າອາກາດສະຍານສາກົນ ໂນ້ຍບ່າຍໄລຍະ 2021 – 2030, ວິໄສທັດຮອດປີ 2050. ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ຖືວ່າ, ດ້ວຍຄວາມໄວໃນການຟື້ນຟູ , ເຕີບໂຕໂດຍໄວຂອງຂະແໜງການບິນ, ເລື່ອງທ່າອາກາດສະຍານສາກົນ ໂນ້ຍບາຍວສໃສດຕ້ອນຮັບແຂກ 50 ລ້ານເທື່ອຄົນ/ປີ ໃນປີ 2030 ແມ່ນສິ່ງທີ່ເປັນໄປໄດ້. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກ ທັດສະນະຂອງທ່າອາກາດສະຍານສາກົນ ໂນ້ຍບາຍ ຕ້ອງໄດ້ຮັບການລົງທຶນທີ່ທັນສະໄໝດ້ວຍຂອບຂະໜາດໃຫຍ່, ມີລະດັບສູງກ່ວາ. ທ່ານຮອງນາຍົກລັດຖະມົນຕີ ສະເໜີ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ເຫັນດີເປັນເອກະພາບວິທີການກ່ຽວກັບທີ່ຕັ້ງ ແລະ ເນື້ອທີ່ເປີດກວ້າງທ່າອາກາດສະຍານໂນ້ຍບາຍ, ກະຊວງຄົມມະນາຄົມ ແລະ ຂົນສົ່ງ ຕ້ອງສ້າງ ແລະ ອະນຸມັດການວາງແຜນຜັງໂຄງການໃຫ້ສຳເລັດໂດຍໄວ; ສູ້ຊົນເລີ່ມລົງມືກໍ່ສ້າງລາມບິນ ແລະ ອາຄານຮັບຮັບຜູ້ໂດຍສານໃນປີ 2024 – 2025.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ລາວ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ລາວ

ວັນທີ 04 ພະຈິກ, ຢູ່ ຮ່າໂນ້ຍ ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດ ລາວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

Top