ຂ່າວສານ
ທ່ານໂຕເລິມເລຂາທິການໃຫຍ່, ປະທານປະເທດ ຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດເຂົ້າຍື່ນສານຕາຕັ້ງ
ຊົມເຊີຍທ່ານເອກອັກຄະລັດຖະທູດ Joaquim Alberto De Sousa Moreira De Lemos ມາຮັບດຳລົງຕຳແໜ່ງເອກອັກຄະລັດຖະທູດ ປອັກຕຸຍການ ຜູ້ທຳອິດປະຈຳຢູ່ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ສອງຝ່າຍ ຂຸດຄົ້ນສົນທິສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA) ຢ່າງມີປະສິດທິຜົນ, ສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 1 ຕື້ USD. ພ້ອມດຽວກັນນັ້ນ, ຊຸກຍູ້ເປີດກວ້າງການລົງທຶນລະຫວ່າງ 2 ປະເທດໃນທຸກຂົງເຂດ.
ໃນການຕ້ອນຮັບທ່ານ Akbar Ghasemi Ali Abadi ເອກອັກຄະລັດຖະທູດ ອີຣານ, ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີວ່າ ໃນໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ Akbar Ghasemi Ali Abadi ຈະສົມທົບກັບບັນດາອົງການຂອງ ຫວຽດນາມ ຊຸກຍູ້ 4 ເນື້ອໃນ, ລວມມີ: ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ໃຫ້ບຸລິມະສິດຮ່ວມມືໃນຂົງເຂດເສດຖະກິດ, ນຳໃຊ້ວິທະຍາສາດ - ເຕັກໂນໂລຢີ ສ້າງບາດກ້າວບຸກທະລຸ ແລະ ເພີ່ມທະວີການຮ່ວມມືດ້ານວັດທະນະທຳ, ການສຶກສາ - ບຳລຸງສ້າງ ແລະ ການທ່ອງທ່ຽວ.
ໃນວາລະຕ້ອນຮັບທ່ານນາງ Jennifer Wicks ເອກອັກຄະລັດຖະທູດ ອາເມລິກາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ; ສະເໜີສອງຝ່າຍປະຕິບັດສຳເລັດການເຈລະຈາ, ລົງນາມໃນສົນທິສັນຍາການຄ້າແບບສົມທົບ, ຍຸຕິທຳ ແລະ ດຸ່ນດ່ຽງ (ART) ໂດຍໄວ.
ກໍໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານ Gambaatar Hulan ເອກອັກຄະລັດຖະທູດ ມົງໂກນ, ທ່ານ Wai Linn ເອກອັກຄະລັດຖະທູດ ມຽນມາ ເຂົ້າຍື່ນສານຕາຕັ້ງເຊັ່ນດຽວກັນ.






