ຂ່າວສານ

ທ່າ​ນ​ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ​ບັນ​ດາ​ປະ​ເທດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ

  • 08/07/2026
ວັ​ນ​ທີ 06 ກໍ​ລະ​ກົດ, ຢູ່​ທຳ​ນຽບ​ປະ​ທານ​ປະ​ເທດ (ຮ່າ​ໂນ້ຍ), ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ຂອງ​ບັນ​ດາ​ປະ​ເທ​ດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ, ເລີ່ມ​ຕົ້ນ​ປະ​ຕິ​ບັດ​ຫ​ນ້າ​ທີ່​ການ​ທູດ​ຢູ່ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ.
ຊົມ​ເຊີຍ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Joaquim Alberto De Sousa Moreira De Lemos ມາ​ຮັບ​ດຳ​ລົງຕຳ​ແໜ່ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປ​ອັກ​ຕຸຍ​ການ ຜູ້​ທຳ​ອິດ​ປະ​ຈຳ​ຢູ່ ຫວຽດ​ນາມ, ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ໃຫ້​ສອງ​ຝ່າຍ ຂຸດ​ຄົ້ນ​ສົນ​ທິ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ (EVFTA) ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າສອ​ງ​ຝ່າຍ​ບັນ​ລຸ 1 ຕື້ USD. ພ້ອມ​ດຽວ​ກັນ​ນັ້ນ, ຊຸກ​ຍູ້​ເປີດກວ້າງ​ການ​ລົງ​ທຶນ​ລະ​ຫວ່າງ 2 ປະ​ເທດ​ໃນ​ທຸກຂົງ​ເຂດ.

​ທ່ານ ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ອີ​ຣານ ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ (ພາບ: VNA)

ໃນ​ການ​ຕ້ອນ​ຮັບ​ທ່ານ Akbar Ghasemi Ali Abadi ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ອີ​ຣານ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສະ​ເໜີ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Akbar Ghasemi Ali Abadi ຈະ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ຂອງ ຫວຽດ​ນາມ ຊຸກ​ຍູ້ 4 ເນື້ອ​ໃນ, ລວມ​ມີ: ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ໃຫ້​ບຸ​ລິ​ມະ​ສິດ​ຮ່ວມມ​ື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ນຳ​ໃຊ້ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ - ບຳ​ລຸງ​ສ້າງ ແລະ ການ​ທ່ອງ​ທ່ຽວ.

​ໃນ​ວາ​ລະ​ຕ້ອນ​ຮັບ​ທ່ານນາງ​ Jennifer Wicks ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຊື່ອ​ໝັ້ນ​ວ່າ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ອາ​ເມ​ລິ​ກາ; ສະ​ເໜີ​ສອງ​ຝ່າຍປ​ະ​ຕິ​ບັດ​ສຳ​ເລັດ​ການ​ເຈ​ລະ​ຈາ, ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​ການ​ຄ້າ​ແບບ​ສົມ​ທົບ, ຍຸ​ຕິ​ທຳ ແລະ ດຸ່ນ​ດ່ຽງ (ART) ໂດຍ​ໄວ.

ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ໃຫ​້​ການ​ຕ້ອນ​ຮັບ​ທ່ານ​ Gambaatar Hulan ເອກ​ອັກ​ຄະ​ລັດ​ຖະ​ທູດ ມົງ​ໂກນ, ທ່ານ Wai Linn ເອກ​ອັກ​ຄະ​ລັດ​ຖະ​ທູດ ມຽນ​ມາ ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ເຊັ່ນ​ດຽວ​ກັນ.


top