ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ການາດາ
ພາຍຫຼັງສິ້ນສຸດບັນດາການເຄື່ອນໄຫວໃນການເດີນທາງໄປປະຕິບັດງານເຂົ້າຮ່ວມກອງປະຊຸມປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 81 ແລະ ປະຕິບັດບັນດາການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ, ຕອນຄ່ຳວັນທີ 23 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ Mcdonald-Cartier, Ottawa, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ການາດາຕາມຄຳເຊື້ອເຊີນຂອງທ່ານນາງ Louise Arbour ຜູ້ສຳເລັດ ລາດຊະການແຫ່ງ ການາດາ.
ຕ້ອນຮັບທ່ານເລຂາທິການໃຫຍ່ ປະທານປະເທດ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ສະໜາມບິນ, ຝ່າຍການາດາມີ: ລັດຖະມົນຕີລັດຖະບານ; ທ່ານ Jim Nichkel ເອກອັກຄະລັດທະຖູດ ການາດາປະຈຳ ຫວຽດນາມ. ສ່ວນຝ່າຍ ຫວຽດນາມມີທ່ານ ຟ້າມກວາງວິງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ການາດາ ພ້ອມກັບພະນັກງານ, ລັດຖະກອນສະຖານທູດ.






