• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກືອງ ມອບ​-ຮັບ​ວຽກ​ງານ​ປະ​ທານ​ປະ​ເທດ

ຕອນເຊົ້າວັນທີ 22 ຕຸລາ, ຢູ່ທຳນຽບປະທານປະເທດ, ຫ້ອງວ່າການປະທານປະເທດ ຫວຽດນາມ ໄດ້ຈັດພິທີມອບ - ຮັບວຽກງານລະຫວ່າງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານປະເທດ ເລືອງເກືອງ. ເຂົ້າຮ່ວມພິທີດັ່ງກ່າວ ຍັງມີທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ; ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ…
ທ່ານເລຂາທິການໃຫຍ່ ໂຕເລິມ (ຜູ້ຢູ່ເບື້ອງຂວາ) ແລະ ທ່ານປະທານປະເທດ ເລືອງເກືອງ ມອບ-ຮັບວຽກງານປະທານປະເທດ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ເຊື່ອໝັ້ນວ່າ ທ່ານປະທານປະເທດ ເລືອງເກືອງ ຈະເຂົ້າເຖິງວຽກງານໃໝ່ຢ່າງວ່ອງໄວ, ມີການຊີ້ນຳຢ່າງໃກ້ຊິດ, ທັນການ, ມີປະສິດທິຜົນ; ນຳພາປະຊາຊົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ, ນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່ທີ່ສົດໃສ, ສະຫງ່າອົງອາດ, ປະກອບສ່ວນເຂົ້າໃນການສ້າງ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ. ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ເລືອງເກືອງ ຢັ້ງຢືນວ່າ:

“ເສີມຂະຫຍາຍມູນເຊື້ອອັນສະຫງ່າລີສີຂອງຫ້ອງວ່າການປະທານປະເທດໃນຕະຫຼອດໄລຍະແຫ່ງການສ້າງສາ ແລະ ເຕີບໃຫຍ່ ມາເປັນເວລາກວ່າ 75 ປີ; ສືບຕໍ່ຜົນສຳເລັດ ແລະ ຄຳຊີ້ນຳຂອງທ່ານເລຂາທິການໃຫຍ່ ໂຕເລິມ, ຂ້າພະເຈົ້າ ສະເໜີ ແລະ ປາດຖະໜາວ່າ ບັນດາການນຳ, ພະນັກງານ, ລັດຖະກອນ, ພາລະກອນ, ຜູ້ອອກແຮງງານຂອງຫ້ອງວ່າການປະທານປະເທດສືບຕໍ່ສາມັກຄີ, ເປັນເອກະພາບ; ເສີມຂະຫຍາຍນ້ຳໃຈຄວາມຮັບຜິດຊອບ, ຄວາມສຸດຈິດສຸດໃຈ, ດຸໝັ່ນ, ເປັນເຈົ້າການ, ປະດິດຄິດສ້າງ, ຍູ້ແຮງການແຂ່ງຂັນ, ສ້າງອົງຄະນະພັກ ແລະ ອົງການໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ, ປະຕິບັດທຸກໜ້າທີ່ເປັນຢ່າງດີ, ສົມກັບເປັນອົງການຄົ້ນຄວ້າ, ເປັນເສນາທິການຍຸດທະສາດຮັບໃຊ້ປະທານປະເທດ, ຮອງປະທານປະເທດ.”

ທ່ານປະທານປະເທດ ເລືອງເກືອງ ກ່າວຄຳເຫັນ (ພາບ: TTXVN)

ກ່ອນໜ້ານັ້ນ, ທ່ານປະທານປະເທດ ເລືອງເກືອງ ໄດ້ໄປຈູດທູບທຽນອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນເລກທີ 67 ແລະ ຢ້ຽມຢາມເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ບັນ​ດາ​ປະ​ເທດ​ສົ່ງ​ຈົດ​ໝາຍອວຍ​ພອນ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເລືອງ​ເກື​ອງ

ການ​ນຳ​ບັນ​ດາ​ປະ​ເທດ​ສົ່ງ​ຈົດ​ໝາຍອວຍ​ພອນ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເລືອງ​ເກື​ອງ

ເນື່ອງໃນໂອກາດທ່ານເລືອງເກືອງ ໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໃຫ້ດຳລົງຕຳແໜ່ງເປັນປະທານປະເທດແຫ່ງ ສສ. ຫວຽດນາມ, ວັນທີ 21 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ໄດ້ສົ່ງຈົດໝາຍຊົມເຊີຍ.

Top