• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ປະ​ທານກອງ​ປະ​ຊຸມ​​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ​ຄັ້ງ​ທີ 13, ອາ​ຍຸ​ການ 2020 – 2025

ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ເລຂາຄະນະພັກການທະຫານສູນກາງ ໄດ້ເປັນປະທານກອງປະຊຸມຄະນະພັກການທະຫານສູນກາງຄັ້ງທີ 13 ໂດຍພິຈາລະນາ, ປະກອບຄຳເຫັນຕໍ່ແຜນຮ່າງສັບຊ້ອນການທະຫານຂັ້ນທ້ອງຖິ່ນຢ່າງ “ມີຄຸນນະພາບ, ກະທັດລັດ, ເຂັ້ມແຂງ” ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ກ່າວຄຳເຫັນໃນກອງປະຊຸມ

ຕອນເຊົ້າວັນທີ 2 ເມສາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ເລຂາຄະນະພັກການທະຫານສູນກາງ ໄດ້ເປັນປະທານກອງປະຊຸມຄະນະພັກການທະຫານສູນກາງຄັ້ງທີ 13 ໂດຍພິຈາລະນາ, ປະກອບຄຳເຫັນຕໍ່ແຜນຮ່າງສັບຊ້ອນການທະຫານຂັ້ນທ້ອງຖິ່ນຢ່າງ “ມີຄຸນນະພາບ, ກະທັດລັດ, ເຂັ້ມແຂງ” ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່. ເຂົ້າຮ່ວມກອງປະຊຸມດັ່ງກ່າວຍັງມີທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.

        ເມື່ອກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ, ເລຂາຄະນະພັກການທະຫານສູນກາງ ສະເໜີໃຫ້ສືບຕໍ່ສັບຊ້ອນບັນດາກົມກອງທະຫານຂັ້ນທ້ອງຖິ່ນ, ທະຫານປ້ອງກັນຊາຍແດນຕາມແຜນນະໂຍບາຍຂອງພັກ, ລັດ; ຮັບປະກັນລັກສະນະ “ມີຄຸນນະພາບ, ກະທັດລັດ, ເຂັ້ມແຂງ” ມີປະສິດທິພາບ, ປະສິດທິຜົນ. ທ່ານເລຂາທິການໃຫຍ່ ກໍຮຽກຮ້ອງໃຫ້ສັບຊ້ອນຕາມແຜນນະໂຍບາຍລວມຂອງພັກ, ລັດ; ສັບຊ້ອນບັນດາກອງບັນຊາການທະຫານຂັ້ນແຂວງ, ທະຫານປ້ອງກັນຊາຍແດນຂັ້ນແຂວງຕາມບັນດາແຂວງທີ່ໄດ້ໂຮມເຂົ້າກັນ. ວິວັດການດັດປັບມີລັກສະນະກວມລວມ, ຄົບຊຸດ, ສອດຄ່ອງກັບແນວທາງປ້ອງກັນຊາດທົ່ວປວງຊົນ, ຍຸດທະສາດປົກປັກຮັກສາປະເທດຊາດ, ຍຸດທະສາດປ້ອງກັນຊາຍແດນແຫ່ງຊາດ.  

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ ຢຸດ​ຕິ​ການ​ຈັດ​ວາງ​ອັດ​ຕາ​ພາ​ສີ​ເພີ່ມ​ເຕີມ​ໃນ​ໄລ​ຍະ 90 ວັນ​ສຳ​ລັບ ຫວຽດ​ນາມ​ແມ່ນ​ບາດ​ກ້າວ​ທີ່​ຕັ້ງ​ໜ້າ

ອາ​ເມ​ລິ​ກາ ຢຸດ​ຕິ​ການ​ຈັດ​ວາງ​ອັດ​ຕາ​ພາ​ສີ​ເພີ່ມ​ເຕີມ​ໃນ​ໄລ​ຍະ 90 ວັນ​ສຳ​ລັບ ຫວຽດ​ນາມ​ແມ່ນ​ບາດ​ກ້າວ​ທີ່​ຕັ້ງ​ໜ້າ

ບົນຈິດໃຈການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ຫວຽດນາມຈະພ້ອມກັບ ອາເມລິກາ ດຳເນີນການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າ ບົນພື້ນຖານເຄົາລົບນັບຖືເຊິ່ງກັນແລະກັນ ເພື່ອແນໃສ່ບັນລຸບັນດາມາດຕະການທີ່ສົມເຫດສົມຜົນມຸ່ງໄປເຖິງຄວາມສົມດູນທາງການຄ້າ, ຍືນຍົງ.

Top