ວັນທີ 9 ເມສາ, ຢູ່ນະຄອນຫຼວງ ວໍຊິງຕັນ ຂອງ ອາເມລິກາ, , ໃນຂອບເຂດການຢ້ຽມຢາມ ອາເມລິກາ ດ້ວຍຖານະເປັນທູດພິເສດຂອງທ່ານເລຂາທິການໃຫຍ່ ໂຕເລິມ ເພື່ອແລກປ່ຽນກ່ຽວກັບບັນດາບັນຫາດ້ານເສດຖະກິດ - ການຄ້າສອງຝ່າຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດຶກເຟິກ ໄດ້ພົບປະກັບຜູ້ຕາງໜ້າດ້ານການຄ້າ ອາເມລິກາ ທ່ານ Jamieson Greer
ໃນການພົບປະ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກສືບຕໍ່ເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ອາເມລິກາ ເລິກເຊິ່ງກວ່າອີກ. ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງເຖິງ ອາເມລິກາ ເພື່ອຫັນບັນດາເນື້ອໃນທີ່ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ແລກປ່ຽນໃນວັນທີ 4 ເມສາ 2025 ຜ່ານມາ ເປັນລະອຽດ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ກໍສະເໜີວ່າ ເຖິງວ່າ ອາເມລິກາ ໄດ້ຕົກລົງເລື່ອນການຈັດວາງອັດຕາພາສີຕື່ມອີກ 90 ວັນ ກໍຕາມ, ແຕ່ສອງຝ່າຍຕ້ອງດຳເນີນການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າສອງຝ່າຍ ເພື່ອແນໃສ່ສ້າງຂອບເຂດຍາວນານ ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າເປັນປົກກະຕິ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສອດຄ່ອງກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດຶກເຟິກ ພົບປະກັບຜູ້ຕາງໜ້າດ້ານການຄ້າ ອາເມລິກາ ທ່ານ Jamieson Greer. (ພາບ:VGP)
ສ່ວນທ່ານ Jamieson Greer ຜູ້ຕາງໜ້າດ້ານການທູດ ອາເມລິກາ ຢັ້ງຢືນວ່າ ອາເມລິກາ ຖືການພົວພັນສອງຝ່າຍກັບ ຫວຽດນາມ ເປັນສຳຄັນພິເສດ ແລະ ມີຄວາມປາດຖະໜາຢາກສົມທົບຢ່າງແໜ້ນແຟ້ນ ເພື່ອແກ້ໄຂບັນຫາຂາດດຸນການຄ້າ, ມຸ່ງໄປເຖິງການພົວພັນທີ່ນັບມື້ນັບເລິກເຊິ່ງໃນບັນດາຂົງເຂດ. ອາເມລິກາ ຕົກລົງເຫັນດີຕໍ່ເລື່ອງ ສອງຝ່າຍເລີ່ມດຳເນີນການເຈລະຈາຂໍ້ຕົກລົງການຄ້າກ່ຽວກັບພາສີອາກອນ, ໃນນັ້ນ ລວມມີບັນດາຂໍ້ຕົກລົງກ່ຽວກັບພາສີ ແລະ ສະເໜີໃຫ້ເຕັກນິກວິຊາການທຸກຂັ້ນຂອງສອງຝ່າຍດຳເນີນການປຶກສາຫາລືໃນທັນທີ.
(ແຫຼ່ງຄັດຈາກ VOV)