• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມ​ໝາຍ​ຂ​ອງວັນ​ພັກ ວັນ​ທີ 30 ເມ​ສາ ແລະ ວັນ​ທີ 1 ພຶດ​ສະ​ພາ ​ຢູ່ ຫວຽດ​ນາມ

30 ເມສາ 1975 ສ້າງຂີດໝາຍໄຊຊະນະອັນຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມໃນການຕໍ່ສູ້ຕ້ານອາເມລິກາ ກູ້ຊາດ. ເຫດການນີ້ບໍ່ພຽງແຕ່ຢຸດຕິສົງຄາມ, ປົດປ່ອຍພາກໃຕ້ຢ່າງສົມບູນເທົ່ານັ້ນ ຫາກຍັງເປີດສັງກາດໃໝ່: ທ້ອນໂຮມປະເທດຊາດເປັນເອກະພາບ, ສັນຕິພາບ, ເລີ່ມຕົ້ນການສ້າງຊີວິດໃໝ່ຢ່າງມີເອກະລາດ, ເສລີພາບອີກດ້ວຍ.

ອາທິດຜ່າມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ (VOV5) ໄດ້ຮັບຈົດໝາຍອີເມວ 456 ສະບັບ ແລະ ໂທລະສັບຫຼາຍສາຍຂອງທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນ. ໃນນັ້ນມີທ່ານຜູ້ຟັງຫຼາຍຄົນໄດ້ສົ່ງຄຳຖາມກ່ຽວກັບການເຄື່ອນໄຫວຕ່າງໆຂອງ ຫວຽດນາມ ໄປຍັງບັນດາລາຍການຂອງ VOV5. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້ ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ ແລະ ບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ສົ່ງມາລາຍການໃນອະທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.

ໃນຈົດໝາຍສົ່ງມາຍັງລາຍການ, ທ່ານຄຳພັນ ຢູ່ແຂວງບໍລິຄຳໄຊ ໄດ້ແບ່ງປັນວ່າ: ພວກຂ້າພະເຈົ້າແມ່ນນັກສຶກສາລາວເຄີຍຮ່ຳຮຽນຢູ່ ຫວຽດນາມ. ເມື່ອບູນປີໃໝ່ວຽນມາ, ພວກຂ້າພະເຈົ້າພັດຫວນຄືນບັນດາຄວາມຊົງຈຳຕອນຮ່ຳຮຽນ ແລະ ຕ້ອນຮັບປີໃໝ່ຢູ່ ຫວຽດນາມ. ເຖິງວ່າຢູ່ຫ່າງໄກກັບບ້ານເກີດເມືອງນອນ ກໍ່ຕາມແຕ່ພວກຂ້າພະເຈົ້າຍັງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຂອງການນຳແຂວງ, ນະຄອນ, ຄູອາຈານ ແລະ ນັກສຶກສາ ຫວຽດນາມ

ທ່ານAndersonCosta ມາຈາກບຣາຊິນ ໄດ້ແບ່ງປັນວ່າ: ຂ້າພະເຈົ້າຟັງວິທະຍຸກະຈາຍສຽງ ຫວຽດນາມ ແລະ ຢາກໄດ້ຮັບຈົດໝາຍຂອງພວກເພື່ອນ, ມັນຈະນຳມາເຊິ່ງຄວາມເບີກບານມ່ວນຊື່ນ ແລະ ຂ່າວຄາວຫຼາຍຢ່າງໃຫ້ແກ່ຂ້າພະເຈົ້າ. ດີໃຈເມື່ອໄດ້ຮູ້ວ່າ ວິທະຍຸກະຈາຍສຽງຫວຽດນາມ ໄດ້ອອກອາກາດທາງອິນເຕີເນັດຮອດ ບຣາຊິນ. ຂ້າພະເຈົ້າຫວັງວ່າ ທ່ານຜູ້ຟັງໝົດທຸກຄົນໃນໂລກລ້ວນແຕ່ໄດ້ຮັບຄວາມສະຫງົບສຸກ ແລະ ມີສຸຂະພາບທີ່ເຂັ້ມແຂງ, ຂ້າພະເຈົ້າຫວັງວ່າ ວິທະຍຸກະຈາຍສຽງ ຫວຽດນາມ ຈະສືບຕໍ່ພັດທະນາ, ອອກອາກາດຜ່ານທຸກຊ່ອງທາງ, ຍ້ອນວ່ານີ້ແມ່ນວິທະຍຸກະຈາຍສຽງທີ່ຂ້າພະເຈົ້າມັກຟັງ.

ເພື່ອນ ຈັນທິມາ ດວງບຸດດີ, ຢູ່ນະຄອນຫຼວງ ວຽງຈັນ, ລາວ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນທີ່ວ່າ: “ວັນພັກວັນທີ 30 ເມສາ ແລະ ວັນທີ 1 ພຶດສະພາ ນີ້ຈະແກ່ຍາວຈັກມື້, ກໍ່ຄືຄວາມໝາຍຂອງວັນບຸນນີ້ແມ່ນຫຍັງແດ່”

ເພື່ອນຈັນທິມາ ດວງບຸດດີ ທີ່ຮັກແພງ! ວັນທີ 30 ເມສາ ແລະ ວັນທີ 1 ພຶດສະພາ ຂອງທຸກປີແມ່ນສອງຂີດໝາຍສຳຄັນ, ເຂັ້ມຂຸ້ນໄປດ້ວຍຄວາມໝາຍປະຫວັດສາດ ແລະ ວັດທະນະທຳມະນຸດສຳລັບປະເທດຫວຽດນາມ. ນີ້ບໍ່ພຽງແຕ່ແມ່ນວັນພັກທາງການຂອງຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນຈຸດເວລາເພື່ອໃຫ້ປະຊາຊົນໝົດທຸກຄົນຫວນຄືນເສັ້ນທາງເຕັ້ມໄປດ້ວຍຄວາມລຳບາກກາກກຳ ແຕ່ມີຄວາມອົງອາດກ້າຫານຂອງຊາດອີກດ້ວຍ.

30 ເມສາ 1975 ສ້າງຂີດໝາຍໄຊຊະນະອັນຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມໃນການຕໍ່ສູ້ຕ້ານອາເມລິກາ ກູ້ຊາດ. ເຫດການນີ້ບໍ່ພຽງແຕ່ຢຸດຕິສົງຄາມ, ປົດປ່ອຍພາກໃຕ້ຢ່າງສົມບູນເທົ່ານັ້ນ ຫາກຍັງເປີດສັງກາດໃໝ່: ທ້ອນໂຮມປະເທດຊາດເປັນເອກະພາບ, ສັນຕິພາບ, ເລີ່ມຕົ້ນການສ້າງຊີວິດໃໝ່ຢ່າງມີເອກະລາດ, ເສລີພາບອີກດ້ວຍ. ນີ້ແມ່ນວັນເພື່ອຫວນຄືນຜູ້ຄົນທີ່ໄດ້ເສຍສະຫຼະຊີວິດຂອງຕົນເພື່ອ ພື້ນຖານເອກະລາດຊົນຊາດ, ພ້ອມທັງແມ່ນໂອກາດເພື່ອໃຫ້ຄົນລຸ້ນໜຸ່ມມີຄວາມເອກອ້າງທະນົບໃຈ ແລະ ມີສະຕິກ່ວາອີກກ່ຽວກັບຄວາມຮັບຜິດຊອບຂອງຕົນຕໍ່ບ້ານເກີດເມືອງນອນ. ສ່ວນວັນທີ 1 ພຶດສະພາ ວັນແຮງງານສາກົນແມ່ນວັນເຊີດຊູຊົນຊັ້ນກຳມະກອນ, ຜູ້ອອກແຮງງານ - ເຊິ່ງແມ່ນກຳລັງປະກອບສ່ວນສຳຄັນເຂົ້າໃນການພັດທະນາແບບຍືນຍົງຂອງແຕ່ລະປະເທດ. ຢູ່ ຫວຽດນາມ, ວັນນີ້ແມ່ນໂອກາດເພື່ອຢັ້ງຢືນບົດບາດອັນຍິ່ງໃຫຍ່ຂອງຜູ້ອອກແຮງງານໃນວິວັດການສ້າງສາ ແລະ ປ່ຽນແປງໃໝ່ປະເທດຊາດ, ພ້ອມທັງເນັ້ນໜັກສິດມີວຽກເຮັດງານທຳໃນສະພາບແວດລ້ອມແຫ່ງຄວາມຍຸຕິທຳ, ປອດໄພ ແລະ ມີສະຫວັດດີການທີ່ເໝາະສົມ.

ໃນໂອກາດນີ້ ພະນັກງານ, ລັດຖະກອນ ແລະ ຜູ້ອອກແຮງງານຂອງບັນດາອົງການບໍລິຫານໄດ້ພັກ 5 ວັນຢ່າງຕໍ່ເນື່ອງແຕ່ວັນທີ 30/4/2025 ຫາວັນທີ 04/5/2025.

ທ່ານຜູ້ຟັງ Lim Dara ນັກສຶກສາມະຫາວິທະຍາໄລແພດສາດ - ການຢາ ເກິ່ນເທີ ຢາກໄດ້ຮັບການແນະນຳກ່ຽວກັບພິທີເດີນສວນສະໜາມ ເນື່ອງໃນໂອກາດ 50 ປີແຫ່ງວັນທ້ອນໂຮມປະເທດຊາດ ຫວຽດນາມເປັນເອກະພາບ ຢູ່ນະຄອນ ໂຮ່ຈີມິນ.

ເພື່ອນ Lim Dara ທີ່ຮັກແພງ! ໃນພິທີສະເຫຼີມສະຫຼອງ, ເດີນສວນສະໜາມ, ເດີນສະໜາມ ແລະ ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2025) ແລະ ພິທີສະເຫຼີມສະຫຼອງລະດັບຊາດ, ໂດຍຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວແຮມປະເທດຊາດ ຫວຽດນາມ ແລະ ນະຄອນໂຮ່ຈີມິນ ຈັດຂຶ້ນ. ພິທີສະເຫຼີມສະຫຼອງຈະດຳເນີນແຕ່ເວລາ 6 ໂມງ 30 ນາທີໃນວັນທີ  30/4/2025 ຢູ່ຖະໜົນເລຢວນ ແລະ ບາງເສັ້ນທາງໃຈກາງ, ໄດ້ອອກອາກາດສົດໃນທາງວິທະຍຸກະຈາຍສຽງຫວຽດນາມ, ໂທລະພາບຫວຽດນາມ, ໂທລະພາບນະຄອນ ໂຮ່ຈີມິນ ແລະ ບັນດາວິທະຍຸກະຈາຍສຽງ, ໂທລະພາບທ້ອງຖິ່ນ. ລາຍການສະເຫຼີມສະຫຼອງລວມມີ: ລາຍການສະແດງສິລະປະ, ພິທີເຄົາລົບທຸງ, ບົດກ່າວປາໄສຂອງການນຳພັກ, ລັດ, ບົດກ່າວຄຳເຫັນຂອງຜູ້ຕາງໜ້າອະດີດນັກຮົບ, ຜູ້ຕາງໜ້າຊາວໜຸ່ມ ຫວຽດນາມ, ລາຍການ ເດີນສວນສະໜາມ ແລະ ປ່ອຍນົກກາງແກເຊິ່ງແມ່ນສັນຍາລັກສັນຕິພາບ.

ທ່ານຜູ້ຟັງທີ່ເຄົາລົບ! ອາທິດຜ່ານມາ, VOV5 ສືບຕໍ່ໄດ້ຮັບບົດເຂົ້າຮ່ວມການເສັງຂອງບັນດາລາຍການຄື: ທ່ານຜູ້ຟັງລາຍການພາສາກຳປູເຈຍ So Cheata ໄດ້ສົ່ງບົດເຂົ້າຮ່ວມການເສັງສະບັບທຳອິດ, ລາຍການພາກພາສາເຢຍລະມັນໄດ້ຮັບບົດເຂົ້າຮ່ວມການເສັງຕື່ມອີກ ໜຶ່ງບົດແມ່ນທ່ານ Hector Gregorio Goicoechea ມາຈາກອຸຣູກວາຍ ແລະ ລາຍການພາສາລັດເຊໄດ້ຮັບບົດເຂົ້າຮ່ວມການເສັງຕື່ມອີກໜຶ່ງບົດ ຂອງທ່ານຜູ້ຟັງ Igor Elovskih ມາຈາກ. ດັ່ງນັ້ນມາຮອດປັດຈຸບັນ, VOV5 ໄດ້ຮັບບົດເຂົ້າຮ່ວມການເສັງທັງໝົ້ດ30 ບົດ. ຫວັງວ່າໃນໄລຍະຈະມາເຖິງທ່ານຜູ້ຟັງຈະຕອບສະໜອງ ແລະ ສົ່ງບົດເຂົ້າຮ່ວມການເສັງຫຼາຍບົດມາຍັງ VOV5. ຂໍຂອບໃຈ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມານັ້ນແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນ ຊ່ວຍໃຫ້ລາຍການຂອງພວກເຮົານັບມື້ນັບດີກວ່າເກົ່າ. ບັນດາທ່ານກໍ່ສາມາດຝາກຈົດໝາຍມາຍັງລາຍການ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.8256631 ຫຼືອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມຜ່ານບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ. ຂໍຂອບໃຈ!

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top