• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ປະ​ທານກອງ​ປະ​ຊຸມ​ພົບ​ປະ​ກັບ​ການ​ນຳ, ອະ​ດີດ​ການ​ນຳ​ພັກ, ລັດ

ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເປັນປະທານກອງປະຊຸມພົບປະກັບບັນດາການນຳ, ອະດີດການນຳພັກ, ລັດ ແລະ ແນວໂຮມປະເທດຊາດ ຫວຽດນາມ.
ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບບັນດາການນຳ, ອະດີດການນຳພັກລັດ

ເພື່ອສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກ (3/2/1930-3/2/2025) ແລະ ກະກຽມຕ້ອນຮັບບຸນເຕັດປີມະເສັງ 2025, ຕອນເຊົ້າວັນທີ 20 ມັງກອນ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເປັນປະທານກອງປະຊຸມພົບປະກັບບັນດາການນຳ, ອະດີດການນຳພັກ, ລັດ ແລະ ແນວໂຮມປະເທດຊາດ ຫວຽດນາມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຫວນຄືນບັນດາໝາກຜົນທີ່ພົ້ນເດັ່ນສຳຄັນໃນບັນດາຂົງເຂດເກືອບທັງໝົດ ຂອງປະເທດຊາດໃນປີຜ່ານມາ, ຜ່ານນັ້ນ ເນັ້ນໜັກເຖິງບັນດາຜົນສຳເລັດທີ່ບັນລຸໄດ້ໃນນັ້ນມີການປະກອບສ່ວນຢ່າງໃຫຍ່ຫຼວງຂອງບັນດາອະດີດການນຳ, ບັນດານັກປະຕິວັດຜູ້ອາວຸໂສ ແລະ ປັນຍາຊົນທັງຢູ່ພາຍໃນປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ:

ຕ້ອງຍູ້ແຮງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ຫັນເປັນດີຈີຕອນໃນບັນດາການເຄື່ອນໄຫວຂອງພັກ. ພັກຕ້ອງກວດກາ, ຕິດຕາມເພື່ອໃຫ້ວຽກງານປະຕິບັດເປັນຢ່າງດີກ່ວາ, ການປະຕິບັດມະຕິໃຫ້ມີປະສິດທິຜົນກ່ວາ, ກົນຈັກຂອງພັກ, ລັດມີການເຄື່ອນໄຫວຢ່າງມີປະສິດທິຜົນປະສິດທິພາບ. ຖືກຕ້ອງກັບແຜນນະໂຍບາຍ, ແນວທາງ, ຖືກຕ້ອງກັບໜ້າທີ່, ວຽກງານ, ຄົ້ນພົບປັດໄຈໃໝ່, ວິທີການເຮັດ, ປະດິດຄິດສ້າງຢ່າງທັນການ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກ່ຽວ​ກັບ​ການ​ວາງ​ແຜນ​ຜັງ​ສັງ​ລວມ​ນະ​ຄອນ​ຫຼວງ ​ຮ່າ​ໂນ້ຍ ວີ​ໄສ​ທັດ​ 100 ປີ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກ່ຽວ​ກັບ​ການ​ວາງ​ແຜນ​ຜັງ​ສັງ​ລວມ​ນະ​ຄອນ​ຫຼວງ ​ຮ່າ​ໂນ້ຍ ວີ​ໄສ​ທັດ​ 100 ປີ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ປັດຊະຍາຂອງການວາງແຜນກຳນົດແມ່ນຖືມະນຸດເປັນໃຈກາງ, ເຈົ້າຂອງ; ຕົວເມືອງແຫ່ງຄວາມຮັ່ງມີ, ສີວິໄລ, ຄວາມຈະເລີນຮຸ່ງເຮືອງ, ສີສັນ, ທັນສະໄໝ ແລະ ວິໄສທັດ 100 ປີ.

Top