ຂ່າວສານ
ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກຕາແສງ ເຫງ້ຍຈູ, ແຂວງຮຶງອຽນ
ອົງຄະນະພັກຕາແສງເຫ້ງຍຈູໄດ້ສ້າງຕັ້ງບົນພື້ນຖານໂຮມສາມອົງຄະນະພັກ ຕາແສງລອງຮຶງ, ຕາແສງ ເຫງ້ຍຈູ ແລະ ຕາແສງ ວິງຄຸກເຂົ້າກັນ. ໃນອະຍຸການຜ່ານມາ, ອົງຄະນະພັກ ແລະ ປະຊາຊົນໃນຕາແສງບັນລຸໄດ້ຫຼາຍໝາກຜົນທີ່ສຳຄັນບົນຫຼາຍຂົງເຂດ, ເສດຖະກິດພັດທະນາແບບຍືນຍົງ, ວັດທະນະທຳສັງຄົມມີຈຸດພົ້ນເດັ່ນຫຼາຍຢ່າງ. ກອງປະຊຸມໃຫຍ່ວາງອອກທິດທາງ, ເປົ້າໝາຍ, ໜ້າທີ່, ວິທີການຕົ້ນຕໍ່ໃນອະຍຸການ 2025 – 2030, ວິໄສທັດຮອດປີ 2040. ຕາມນັ້ນແລ້ວ, ເປົ້າໝາຍລະອຽດແມ່ນເພີ່ມຄວາມໄວໃນການເຕີບໂຕເສດຖະກິດສະເລ່ຍແຕ່ 13 – 15%/ປີ, ດຶງດູດແຂກທ່ອງທ່ຽວ 2- 3 ລ້ານເທື່ອຄົນ/ປີ. ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັ້ກວ່າ:
ໜ້າທີ່ຈຸດສຸມຂອງອາຍຸການໃໝ່ນັ້ນແມ່ນພັດທະນາເສດຖະກິດໂດຍໄວ, ຍືນຍົງ, ມີຈຸດສຸມ. ້ຂ້າພະເຈົ້າສະເໜີຄະນະພັກສຸມໃສ່ເຂົ້າສາມກຳນົດທິດໃຫຍ່ນັ້ນແມ່ນຕົວເມືອງຕິດພັນກັບການພັດທນະການບໍລິການທີ່ມີຄຸນນະພາບສູງ, ນຳໃຊ້ເຂດດິນຕິດກັບເສັ້ນທາງຫຼວງເພື່ອສ້າງບັນດາເຂດບໍລິການໜູນຊ່ວຍຕົວເມືອງ, ສະໜອງການບໍລິການ. ພັດທະນາກະສິກຳພິເສດ, ມີຄຸນນະພາບສູງ ແລະ ສ້າງໂຄງປະກອບການອອກແຮງງານຄືນໃໝ່, ຍົກສູງລາຍຮັບ, ໄປຄຽງຄູກັບການສ້າງໂຄງປະກອບເສດຖະກິດຄືນໃໝ່, ເອົາໃຈໃສ່ເຖິງການບຳລຸງສ້າງອາຊີບ, ພັດທະນາທັກສະດີຈີຕອນດຳເນີນທຸລະກິດໃນປະຊາຊົນ, ຊາວໜຸ່ມ, ແມ່ຍິງ, ສົ່ງເສີມການເລີ່ມຕົ້ນການບໍລິການກະສິກຳມີຫົດຄິດປະດິດສ້າງຢູ່ກັບທີ.