ວັນທີ 30 ມັງກອນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງສປປ. ລາວ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຈະນຳພາຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ລາວ. ການຢ້ຽມຢາມຈະດຳເນີນໃນວັນທີ 05 ກຸມພາ 2026.








