ຕອນບ່າຍວັນທີ 28 ມັງກອນ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີເລີ່ມລົງມືກໍ່ສ້າງໂຮງຮຽນມັດທະຍົມ ກິນນອນຊົນເຜົ່າ ເຈື່ອງຮ່າ, ກາວບັ່ງ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)
ເຫດການນອນໃນໂຄງການກໍ່ສ້າງ ຮງຮຽນມັດທະຍົມ ກິນນອນຊົນເຜົ່າ 248 ຫຼັງຢູ່ບັນດາຕາແສງເຂດຊາຍແດນ, ໄດ້ຜັນຂະຫຍາຍຕາມບົດສະຫຼຸບເລກທີ 81 ຂອງກົມການເມືອງ ກ່ຽວກັບແຜນນະໂຍບາຍລົງທຶນກໍ່ສ້າງໂຮງຮຽນໃຫ້ແກ່ບັນດາຕາແສງເຂດຊາຍແດນ.
ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ການລົງທຶນກໍ່ສ້າງໂຮງຮຽນກິນນອນຊົນເຜົ່າຢູ່ ປັກປໍ - ເຈື່ອງຮ່າ ແມ່ນເພື່ອແນໃສ່ປັບປຸງເງື່ອນໄຂຮ່ຳຮຽນໃຫ້ແກ່ນັກຮຽນເຂດຊາຍແດນ, ຮັດແຄບໄລຍະຫ່າງລະຫວ່າງເຂດພາກ, ປະກອບສ່ວນປັບປຸງການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມເຂດຊາຍແດນຂອງປະເທດຊາດ. ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ ຈະພ້ອມກັນເລີ່ມລົງມືກໍ່ສ້າງ, ຍູ້ໄວຄວາມຄືບໜ້າໃນການກໍ່ສ້າງໂຮງຮຽນ 248 ຫຼັງ ຢູ່ 248 ຕາແສງຊາຍແດນເຂດດິນຕໍ່ແຜ່ນ.
(ແຫຼ່ງຄັດຈາກ VOV)