ຂ່າວສານ
ທ່ານເລຂາທິການໃຫຍ່ ຫງວຽນວັນລິງ - ການນຳຜູ້ມີຄວາມຢືດໝັ້ນ, ປະດິດຄິດສ້າງຂອງພັກ ແລະ ການປະຕິວັດ ຫວຽດນາມ
ເມື່ອກ່າວຄຳເຫັນໃນກອງປະຊຸມສຳມະນາ, ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຊວັນຖັງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ, ໄດ້ຫວນຄືນບັນດາຂີດໝາຍໃນໄລຍະປະຕິບັດງານ, ເຄື່ອນໄຫວການປະຕິວັດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ນັບແຕ່ປີ 1929 ເມື່ອທ່ານເຂົ້າຮ່ວມການປະຕິວັດ ຈົນຮອດປີ 1986 ເມື່ອທ່ານໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ. ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຊວັນຖັງ ເນັ້ນໜັກວ່າ:
“ໂດຍຮັບດຳລົງຫຼາຍຕຳແໜ່ງສຳຄັນທີ່ແຕກຕ່າງກັນ, ແຕ່ບໍ່ວ່າຢູ່ໃນຖານະຕຳແໜ່ງໃດ, ສະຫາຍ ຫງວຽນວັນລິງ ກໍມີຄວາມຢຶດໝັ້ນກັບເປົ້າໝາຍອຸດົມການທີ່ໄດ້ເລືອກ, ຍາມໃດກໍຖືຜົນປະໂຫຍດຂອງຊາດ, ຂອງປະຊາຊົນເໜືອກວ່າສິ່ງໃດໝົດ - ເປັນແບບຢ່າງອັນໃສແຈ້ງກ່ຽວກັບຄຸນສົມບັດສິນທຳປະຕິວັດ, ປະຢັດມັດທະຍັດ, ຊື່ກົງບໍລິສຸດ, ຖືຜົນປະໂຫຍດສ່ວນລວມເໜືອກວ່າຜົນປະໂຫຍດສ່ວນຕົວ. ເກືອບ 70 ປີ ທີ່ເຂົ້າຮ່ວມການເຄື່ອນໄຫວປະຕິວັດ, ຊີວິດ ແລະ ພາລະກິດຂອງສະຫາຍເລຂາທິການໃຫຍ່ ຫງວຽນວັນລິງ ໄດ້ຕິດພັນກັບບັນດາໜ້າປະຫວັດສາດທີ່ສະຫງ່າອົງອາດຂອງພັກ ແລະ ຂອງຊາດ ດ້ວຍພາລະກິດການປ່ຽນແປງໃໝ່ປະເທດຊາດ”.