• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ໄດ້​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ແກ່ນ​ສານ​ໃນ​ການ​ຊີ້​ນຳ​ນຳ​ພາ

ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ສະແດງໃຫ້ເຫັນບົດບາດແກ່ນສານໃນການຊີ້ນຳນຳພາ, ພ້ອມກັບຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ ໄດ້ສ້າງຄວາມສາມັກຄີ, ມີຄວາມເປັນເອກະພາບທາງດ້ານແນວຄິດຈິດໃຈ ແລະ ການກະທຳ.
ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ (ພາບ: TTXVN)

ວັນທີ 3/2/2024 ແມ່ນຄົບຮອບ 94 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ((3/2/1930 – 3/2/2024). ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ, ຫວຽດນາມ ບັນລຸໄດ້ຜົນສຳເລັດທີ່ພົ້ນເດັ່ນຫຼາຍຢ່າງ. ໃນຜົນງານແຫ່ງການພັດທະນາປະເທດຊາດໃນຊຸມປີມໍ່ໆມານີ້, ມີບົດບາດທີ່ໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ.

ໃນຖານະຕຳແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ (ນັບແຕ່ປີ 2011 ມາຮອດປັດຈຸບັນ), ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ສະແດງໃຫ້ເຫັນບົດບາດແກ່ນສານໃນການຊີ້ນຳນຳພາ, ພ້ອມກັບຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ ໄດ້ສ້າງຄວາມສາມັກຄີ, ມີຄວາມເປັນເອກະພາບທາງດ້ານແນວຄິດຈິດໃຈ ແລະ ການກະທຳ, ສ້າງຄວາມເຫັນດີເປັນເອກະພາບຢູ່ລະດັບສູງໃນລະບົບການເມືອງ. ເມື່ອຕີລາຄາກ່ຽວກັບບົດບາດຂອງທ່ານເລຂາທິການໃຫຍ່, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຢັ້ງຢືນວ່າ:

ທ່ານເລຂາທິການໃຫຍ່ມີຄວາມເອົາໃຈໃສ່ເປັນພິເສດເຖິງການກຳນົດວິໄສທັດຍຸດທະສາດຂອງພັກ ແລະ ຊົນຊາດ; ຖືເປັນສຳຄັນການສະຫຼຸບພຶດຕິກຳຕົວຈິງ ເພື່ອ ປັບປຸງ, ປະຕິບັດທິດສະດີກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຢູ່ ຫວຽດນາມ ໃຫ້ສົມບູນແບບຢ່າງບໍ່ຢຸດຢັ້ງ; ຢຶດໝັ້ນກັບເປົ້າໝາຍເອກະລາດຊົນຊາດ ແລະ ລັດທິສັງຄົມ; ຮັບປະກັນຜົນປະໂຫຍດສູງສຸດຂອງປະເທດຊາດ - ຊົນຊາດ ເພື່ອສ້າງສາ ແລະ ປົກປັກຮັກສາປະເທດ ສັງຄົມນິຍົມ ຫວຽດນາມ ຢ່າງໝັ້ນຄົງເຂັ້ມແຂງ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ຍູ້​ແຮງ​ການ​ຊອ​ກ​ຫາ, ທ້ອນ​ໂຮມ​ອັດ​ຖິ​ທະ​ຫານ​ ​ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່​ລາວ

ສືບ​ຕໍ່​ຍູ້​ແຮງ​ການ​ຊອ​ກ​ຫາ, ທ້ອນ​ໂຮມ​ອັດ​ຖິ​ທະ​ຫານ​ ​ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່​ລາວ

ລະ​ດູ​ແລ້ງ, 2025 – 2026, ກອງ​ທ້ອນ​ໂຮມ​ຂອງ ຫວຽດ​ນາມ ໄດ້​ຊອກ​ຫາ, ທ້ອນ​ໂຮມ​ອັດ​ທິນັກ​ຮົບ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 173 ຊຸດ.

Top