ຂ່າວສານ
ທ່ານເລຂາທິການໃຫຍ່ ສປຊ Antonio Guterres: ຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຳຄັນຂອງ ສປຊ
ໃນສານ ທ່ານເລຂາທິການໃຫຍ່ ສປຊ ໄດ້ສະແດງຄວາມຂອບອົບຂອບໃຈຕໍ່ການຮ່ວມມື ແລະ ສະໜັບສະໜູນຂອງ ຫວຽດນາມ ຕໍ່ບັນດາຄວາມມານະພະຍາຍາມຂອງ ສປຊ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ ໃນໄລຍະ 45 ປີຜ່ານມາ.
ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: TTXVN)
ວັນທີ 20 ກັນຍາ (ຕາມເວລາ ນິວຢອກ), ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສົ່ງສານອວຍພອນລັດຖະບານ ແລະ ປະຊາຊົນ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຫວຽດນາມ ເຂົ້າຮ່ວມ ສປຊ (20 ກັນຍາ 1977 – 20 ກັນຍາ 2022). ໃນສານ ທ່ານເລຂາທິການໃຫຍ່ ສປຊ ໄດ້ສະແດງຄວາມຂອບອົບຂອບໃຈຕໍ່ການຮ່ວມມື ແລະ ສະໜັບສະໜູນຂອງ ຫວຽດນາມ ຕໍ່ບັນດາຄວາມມານະພະຍາຍາມຂອງ ສປຊ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ ໃນໄລຍະ 45 ປີຜ່ານມາ. ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ສປຊ, ມີການປະກອບສ່ວນຫຼາຍຢ່າງທີ່ແທດຈິງ ແລະ ມີປະສິດທິຜົນເຂົ້າໃນບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ, ພ້ອມທັງສະແດງຄວາມຫວັງຢາກເພີ່ມທະວີ ການພົວພັນອັນດີງານນີ້ໃນໄລຍະຈະມາເຖິງ ໃຫ້ຫຼາຍກ່ວາອີກເພື່ອຊຸກຍູ້ສັນຕິພາບ, ການພັດທະນາແບບຍືນຍົງ ແລະ ສິດທິມະນຸດໃນໂລກ.
(ແຫຼ່ງຄັດຈາກ VOV)