ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເລີ່ມຕົ້ນການຢ້ຽມຢາມ ທາງລັດຖະກິດລາຊະອານາຈັກ ແດນມາກ
ຕອນເຊົ້າວັນທີ 19 ຕຸລາ, ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບພັນລະຍາ ທ່ານນາງ ໂງເຟືອງລີ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ Copenhagen, ແດນມາກ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຢູ່ລາຊະອານາຈັກ ແດນມາກ ແຕ່ວັນທີ 19 – 21 ຕຸລາ, ຕາມຄຳເຊື້ອເຊີນຂອງກະສັດ ລາຊະອານາຈັກ ແດນມາກ Frederik X ແລະ ພະມະເຫສີ. ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ພັນລະຍາໄດ້ຈັດຂຶ້ນຢ່າງສົມກຽດຢູ່ສະໜາມບິນສາກົນ Copenhagen. ກະສັດ ລາຊະອານາຈັກ ແດນມາກ Frederik X ແລະ ພະມະເຫສີ ເປັນເຈົ້າພາບພິທີຕ້ອນຮັບ. ພາຍຫຼັງພິທີຕ້ອນຮັບ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ແລະ ກະສັດ ລາຊະອານາຈັກ ແດນມາກ Frederik X ແລະ ພະມະເຫສີໄດ້ໄປວາງພວງມາລາຢູ່ອະນຸສາວາລີ ຢູ່ນະຄອນຫຼວງ Copenhagen.






