ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 120 ປີແຫ່ງວັນມູນເຊື້ອມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ
ຕອນເຊົ້າວັນທີ 16 ພຶດສະພາ ຢູ່ຮ່າໂນ້ຍ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງ 120 ປີແຫ່ງວັນມູນເຊື້ອ (16/5/1906 - 16/5/2026) ແລະ ຮັບຫຼຽນໄຊ ແຮງງານຊັ້ນໜຶ່ງ. ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມູນິດ ຫວຽດນາມ, ປະທານປະເທດ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ
ໂດຍຕາງໜ້າການນຳພັກ, ລັດ ເປັນກຽດປະດັບຫຼຽນໄຊ ແຮງງານຊັ້ນໜຶ່ງ ໃຫ້ແກ່ຄູອາຈານ ແລະ ນັກສຶກສາ ມະຫາວິທະຍາໄລ ແຫ່ງຊາດ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສະເໜີມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ສຸມໃສ່ປະຕິບັດ 7 ໜ້າທີ່ຈຸດສຸມເປັນຢ່າງດີ, ເພື່ອໃຫ້ໂຮງຮຽນກາຍເປັນບ່ອນເຕົ້າໂຮມພູມປັນຍາຫວຽດນາມ, ປະກອບສ່ວນແກ້ໄຂບັນດາບັນຫາໃຫຍ່ຂອງການພັດທະນາປະເທດຊາດ, ບຳລຸງສ້າງຜູ້ຄົນທີ່ມີຄວາມເກັ່ງກ້າສາມາດ ແລະ ຄຸນນະທາດພູມປັນຍາໃນຍຸກສະໄໝໃໝ່. ທ່ານໃຫ້ຮູ້ວ່າ:
ມະຫາວິທະຍາໄລ ແຫ່ງຊາດຮ່າໂນ້ຍ ຕ້ອງບືນຕົວຂຶ້ນກາຍເປັນມະຫາວິທະຍາໄລຍອດຢ້ຽມທັນສະໄໝ, ຫຼາຍຂະແໜງ, ຫຼາຍວິຊາ, ສັບພະຂົງເຂດ, ເຄື່ອນໄຫວຕາມຮູບແບບມະຫາວິທະຍາໄລນະວັດຕະກຳ ແລະ ມີຄວາມສາມາດນຳພາປະເທດຊາດ. ຄວາມຍອດຢ້ຽມຕ້ອງວັດແທກດ້ວຍຄຸນນະພາບໃນການຮຽນ, ຄວາມສາມາດສ້າງພູມປັນຍາໃໝ່, ບຳລຸງສ້າງຜູ້ມີຄວາມເກັ່ງກ້າສາມາດ, ພັດທະນາເຕັກໂນໂລຢີ ຍຸດທະສາດ ແລະ ປະກອບສ່ວນແທດຈິງໃຫ້ແກ່ປະເທດຊາດຢ່າງແທ້ຈິງ ແລະ ອິດທິພົນຊື່ສຽງໂດຍເວທີສາກົນຍອມຮັບ.
ໂດຍເນັ້ນໜັກວ່າ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ຕ້ອງແມ່ນບ່ອນທົດລອງ ແລະ ເປີດ ທາງໃຫ້ແກ່ຮູບແບບໃໝ່ກ່ຽວກັບການສຶກສາ, ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ, ທ່ານເລຂາທິກາໃຫຍ່, ປະທານປະເທດ ໂຕເລິມ ກໍ່ສະເໜີທາງໂຮງຮຽນຕ້ອງສືບຕໍ່ກາຍເປັນບ່ອນເຕົ້າໂຮມພູມປັນຍາແຫ່ງຊາດ (ບັນດານັກວິທະຍາສາດໃຫຍ່, ນັກຊ່ຽວຊານດ້ານເຕັກໂນໂລຢີແຖວໜ້າຂະແໜງການ, ນັກທຸລະກິດເຕັກໂນໂລຢີ, ນັກສຶກສາດີເດັ່ນ…)ເພື່ອຄົ້ນຄ້ວາ, ເປັນເຈົ້າ ແລະ ພັດທະນາບັນດາເຕັກໂນໂລຢີພື້ນຖານຄື ປັນຍາປະດິດ, ເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຢີຊີວະສາດ, ວັດຖຸດິບໃໝ່, ພະລັງງານໃໝ່, Bigdata, ເຕັກໂນໂລຢີສີຂຽວ ແລະ ຍືນຍົງ.







