• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລີ​ບັງ ແລະ ອິດ​ສະ​ຣາ​ແອັນ ເຊື່ອມ​ຕໍ່​​ຄືນການ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ

ເຮັກ​ໂບ​ລາ ​ກໍ່ເດັດ​​ດ່ຽວ​ປະ​ຕິ​ເສດ​ເລື່ອງ​ນຳ​ບັນ​ຫາ​ປົດ​ອາ​ວຸດ​ເຂົ້າ​ການ​ເຈ​ລະ​ຈາ​ໃນ​ປະ​ຈຸ​ບັນ​ລະ​ຫວ່າງ ລີ​ບັງ ແລະ ອິດ​ສະ​ຣາ​ແອັນ.
   ຕຶກຫຼັງໜຶ່ງຖືກທຳລາຍໃນການໂຈມຕີທາງອາກາດຂອງອິສຣາແອລໃນມື້ກ່ອນໜ້ານີ້ ທີ່ເມືອງ Dahiyeh, ເຂດຊານເມືອງທາງໃຕ້ຂອງເມືອງ Beirut, ປະເທດເລບານອນ, ວັນພະຫັດທີ 7 ພຶດສະພາ 2026. ພາບ: AP/Bilal Hussein  

ວັນ​ທີ 14 ພຶດ​ສະ​ພາ, ຜູ້​ຕາງ​ໜ້າ​ຂອງ ລີ​ບັງ ແລະ ອິດ​ສະ​ຣາ​ແອັນ ໄດ້​ດຳ​ເນີນ​ຮອບ​ເຈ​ລະ​ຈາ​ໃໝ່​ຢູ່ ວໍ​ຊິງ​ຕັນ-ອາ​ເມ​ລິ​ກາ ກ່ອນ​ຈຸດ​ເວ​ລາ​ຄຳ​ສັ່ງ​ຢຸດ​ຍິງ​ໃນ​ປ​ະ​ຈຸ​ບັນ​ລະ​ຫວ່າງ​ສອງ​ຝ່າຍ​ຄາດ​ວ່າ​ຈະ​​ໝົດ​ຜົນ​ບັງ​ຄັບ​ໃຊ້​​ຈົນ​ຮອດ​ວັນ​ທີ 17 ພຶດ​ສະ​ພາ. ເນື້ອ​ໃນ​ການ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້ ໄດ້​ສຸມ​ໃສ່​ການ​ຮັກ​ສາ​ຄຳ​ສັ່ງ​ຢຸດ​ຍິງ ແລະ ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ຊາຍ​ແດນ ລີ​ບັງ-ອິດ​ສະ​ຣາ​ແອັນ. ນີ້​ແມ່ນ​ຮອບ​ເຈ​ລະ​ຈາ​ທີ 3 ລະ​ຫວ່າງ​ສອງ​ຝ່າຍ ໂດຍ​ພາຍ​ໃຕ້​ການ​ເປັນ​ກາງ​ໄກ່​ເກ່ຍ​ຂອງ ອາ​ເມ​ລິ​ກາ.

ວົງ​ການ​ເຈົ້າ​ໜ້າ​ທີ່ ລີ​ບັງ ໃຫ້​ຮູ້​ວ່າ: ປະ​ເທດນີ້​ຈະ​ຊຸກ​ຍູ້​ການ​ປັບ​ປຸງ​ຄຳ​ສັ່ງ​ຢຸດ​ຍິງ ໃນ​ການ​ເຈ​ລະ​ຈາ​ຄັ້ງ​ຕ່າງໆ​ຢູ່ ວໍ​ຊິງ​ຕັນ ເພື່ອ​ແນ​ໃສ່​ຢຸດ​ຕິ​ຄວາມ​ບາດ​ເຈັບ​ລົ້ມ​ຕາຍ ແລະ ການ​ທຳ​ລາຍ​ພື້ນ​ຖານ​ໂຄງ​ລ່າງ​ຢູ່ ລີ​ບັງ ຍ້ອນ​ການ​ປະ​ທະ​ກັນ​ກໍ່​ຂຶ້ນ. ໃນ​ຂະ​ນະ​ນັ້ນ, ແຈ້ງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຊີ້​ແຈ້ງວ່າ: ວໍ​ຊິງ​ຕັນ ເນັ້ນ​ໜັກ​ເຖິງ​ຄຳ​ຮຽກ​ຮ້ອງ​ເປີດ​ກ້​ວາງ​ສິດ​ຄວບ​ຄຸມ​ຂອງ​ລັດ ລີ​ບັງ ໃນ​ທົ່ວ​ຜືນ​ແຜ່ນ​ດິນ ແລະ ຊຸກ​ຍູ້​ວິ​ວັດ​ການ​ປົດ​ອາ​ວຸດ​ກຳ​ລັງ ເຮັກ​ໂບ​ລາ ຢູ່ ລີ​ບັງ.

ສ່ວນ​ຝ່າຍ ເຮັກ​ໂບ​ລາ ​ກໍ່ເດັດ​​ດ່ຽວ​ປະ​ຕິ​ເສດ​ເລື່ອງ​ນຳ​ບັນ​ຫາ​ປົດ​ອາ​ວຸດ​ເຂົ້າ​ການ​ເຈ​ລະ​ຈາ​ໃນ​ປະ​ຈຸ​ບັນ​ລະ​ຫວ່າງ ລີ​ບັງ ແລະ ອິດ​ສະ​ຣາ​ແອັນ. ທ່ານ Naim Qassem, ຫົວ​ໜ້າ​ຂະ​ບວນ​ການນີ້​ຖະ​ແຫຼງວ່າ ບັນ​ຫາ​ອາ​ວຸດ​ຂອງ​ກຳ​ລັງ​ນີ້ ແມ່ນ “ບັນ​ຫາ​ພາຍ​ໃນ​ຂອງ ​ລີ​ບັງ” ແລະ ບໍ່​ນອນ​ໃນ​ເນື້ອ​ໃນ​ເຈ​ລະ​ຈາ​ກັບ ອິດ​ສະ​ຣາ​ແອັນ.

(ແຫຼ່ງຄັດຈາກ VOV)

UNDP ຕີ​ລາ​ຄາ​ສູງຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ມະ​ນຸດ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

UNDP ຕີ​ລາ​ຄາ​ສູງຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ມະ​ນຸດ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

ອົງ​ການ ສ​ປ​ຊ ເພື່ອ​ການ​ພັດ​ທະ​ນາ (UNDP) ຕີ​ລາ​ຄາ​ສູງ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ມະ​ນຸດ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ບັນ​ດາ​ບຸ​ລິ​ມະ​ສິດພັດ​ທະ​ນາ​ຂອງ ຫວຽດ​ນາມ ມີຫຼາຍ​ຈຸດ​ຄ້າ​ຍ​ຄື​ກັນ​ກັບ​ບັນ​ດາ​ເປົ້າ​ໝາຍ​ການ​ຮ່ວມ​ມື​ຂອງ ສ​ປ​ຊ ແລະ UNDP ປະ​ຈຳ ຫວຽດ​ນາມ.

Top