ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ວິໄສທັດ 100 ປີຕໍ່ໜ້າ ຕ້ອງສືບຕໍ່ສະແດງຄວາມຄາດຫວັງພັດທະນາຂອງຊາດ
ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເຈາະຈີ້ມເຖິງເນື້ອໃນຈຳນວນໜຶ່ງເພື່ອໃຫ້ໜ່ວຍງານບັນນາທິການເພື່ອສືບຕໍ່ປັບປຸງບົດລາຍງານການສະຫຼຸບໃຫ້ສຳເລັດໃນໄລຍະຈະມາເຖິງ. ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ:
“ວິໄສທັດ 100 ປີຕໍ່ໜ້າ ຕ້ອງສືບຕໍ່ສະແດງໄດ້ເຖິງຄວາມຄາດຫວັງພັດທະນາຂອງຊາດ ຫວຽດນາມ. ຕ້ອງຕອບໄດ້ບັນດາຄຳຖາມໃຫຍ່, ຄື: ຫວຽດນາມ ຢາກກາຍເປັນປະເທດພັດທະນາຄືແນວໃດໃນສະຕະວັດຈະມາເຖິງ; ມີພື້ນຖານໃດແດ່ຕ້ອງຮັກສາໄວ; ບັນດາກຳລັງໜູນພັດທະນາໃໝ່ແມ່ນຫຍັງ?.... ວິໄສທັດຕ້ອງມີຄວາມສູງຂອງຄວາມຄາດຫວັງ, ລວງເລິກທາງດ້ານທິດສະດີ ແລະ ໃກ້ຊິດຕິດແທດກັບສະພາບການຕົວຈິງຂອງປະເທດຊາດ ແລະ ທ່າອ່ຽງຂອງຍຸກສະໄໝ, ຍົກສູງກຳລັງຄວາສາມາດການຈັດຕັ້ງປະຕິບັດ”






