ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ຕ້ອງຫັນຈາກການຖືປະລິມານ ໄປສູ່ຄຸນນະພາບແຫຼ່ງແຮງງານເປັນສຳຄັນ
ເມື່ອກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ຂໍ້ສັງເກດວ່າ:
“ຕ້ອງສຸມໃສ່ພັດທະນາອຸດສາຫະກຳຊົນນະບົດ, ໝູ່ບ້ານອາຊີບ, ກຸ່ມອຸດສາຫະກຳ, ອຸດສາຫະກຳຂະໜາດນ້ອຍ, ປຸງແຕ່ງຜະລິດຕະພັນກະເສດ, ການບໍລິການກົນຈັກ, ການຂົນສົ່ງ, ການຄ້າ, ສິ່ງແວດລ້ອມ, ພະລັງງານທົດແທນທີ່ສອດຄ່ອງກັບແຕ່ລະເຂດພັດທະນາ OCOP, ການທ່ອງທ່ຽວເຂດຊົນນະບົດ, ການທ່ອງທ່ຽວຊຸມຊົນ, ເສດຖະກິດຮ່ວມມື, ສະຫະກອນແບບໃໝ່, ເສດຖະກິດຄອບຄົວ, ການຮ່ວມສຳພັນເປັນລະບົບ ແລະ ການ startup ຢູ່ຊົນນະບົດ”.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ສະເໜີຕ້ອງສ້າງວຽກເຮັດງານທຳແບບຍືນຍົງຢູ່ເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ຕິດພັນກັບການປຸກລຸກກຳລັງແຮງງານພາຍໃນຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ຮັກສາສີສັນວັດທະນະທຳ.
ວັນຫຽວ






