ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຍາດໄດ້ລາງວັນສັນຕິພາບສາກົນ Lev N. Tolstoy ປີ 2026
ວັນທີ 24 ກໍລະກົດ, ສະພາກຳມະການລາງວັນສັນຕິພາບສາກົນ Lev N. Tolstoy ໄດ້ປະກາດຂໍ້ຕົກລົງມອບລາງວັນສັນຕິພາບສາກົນ Lev N. Tolstoy ປີ 2026 ໃຫ້ແກ່ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ແນໃສ່ຮັບຮູ້ບັນດາການປະກອບສ່ວນອັນຍິ່ງໃຫຍ່ຂອງການນຳຂັ້ນສູງ ຫວຽດນາມ ໃນການປັບປຸງສັນຕິພາບ ແລະ ເພີ່ມທະວີການຮ່ວມມືລະຫວ່າງບັນດາຊົນຊາດ.
ລາງວັນສັນຕິພາບສາກົນ Lev N. Tolstoy ແມ່ນໜຶ່ງໃນບັນດາລາງວັນອັນສູງສົ່ງລະດັບສາກົນ ໂດຍ ລັດເຊຍ ລິເລີ່ມ ແນໃສ່ເຊີດບັນດາສ່ວນບຸກຄົນ ແລະ ອົງການຈັດຕັ້ງທີ່ມີການປະກອບສ່ວນຢ່າງພົ້ນເດັ່ນໃຫ້ແກ່ພາລະກິດປົກປັກຮັກສາສັນຕິພາບ, ຊຸກຍູ້ການສົນທະນາ, ການຮ່ວມມື ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງບັນດາຊົນຊາດ. ສະພາກຳມະການປີນີ້ ລວມມີນັກການເມືອງ, ນັກຮຽນຮູ້ຜູ້ມີຄວາມໄວ້ວາງໃຈຫຼາຍທ່ານທີ່ມາຈາກຫຼາຍພາກພື້ນໃນໂລກ, ເຊັ່ນ: ລັດເຊຍ, ຝລັ່ງ, ຈີນ, ຍີ່ປຸ່ນ, ອິນເດຍ, ອາຟະລິກາໃຕ້, ອາກຊັງຕິນ ແລະ ເບລາຣຸດ.






