ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຍາດ​ໄດ້​ລາງວັນ​ສັນ​ຕິ​ພາບ​ສາ​ກົນ Lev N. Tolstoy ປີ 2026

ລາງວັນ​ສັນ​ຕິ​ພາບ​ສາ​ກົນ Lev N. Tolstoy ແມ່ນ​ໜຶ່ງ​ໃນ​ບັນ​ດາ​ລາງວັນ​ອັນ​ສູງ​ສົ່ງ​ລະ​ດັບ​ສາ​ກົນ ໂດຍ ລັດ​ເຊຍ ລິ​ເລີ່ມ ແນ​ໃສ່​ເຊີດ​ບັນ​ດາ​ສ່ວນ​ບຸກ​ຄົນ ແລະ ອົງ​ການ​ຈັ​ດ​ຕັ້ງ​ທີ່​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ພົ້ນ​ເດັ່ນ​ໃຫ້​ແກ່​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ຊຸກ​ຍູ້​ການ​ສົນ​ທະ​ນາ, ການ​ຮ່ວມ​ມື ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ ແລະ ກັນ​ລະ​ຫວ່າງ​ບັນ​ດາ​ຊົນ​ຊາດ.
  ພິ​ທີ​ປ​ະ​ກ​າດ​ຂໍ້​ຕົກ​ລົງ​ມ​ອບ​ລາງວັນ​ສັນ​ຕິ​ພາບ​ສາ​ກົນ Lev N. Tolstoy ປີ 2026 (ພາບ: VNA)  

ວັນ​ທີ 24 ກໍ​ລະ​ກົດ, ສະ​ພາ​ກຳ​ມະ​ການ​ລາງວັນ​ສັນ​ຕິ​ພາບ​ສາ​ກົນ Lev N. Tolstoy ໄດ້​ປະ​ກາດ​ຂໍ້​ຕົກ​ລົງ​ມ​ອບ​ລາງວັນ​ສັນ​ຕິ​ພາບ​ສາ​ກົນ Lev N. Tolstoy ປີ 2026 ໃຫ້​ແກ່​ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ, ແນ​ໃສ່​ຮັບ​ຮູ້​ບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ນຳ​ຂັ້ນ​ສູງ ຫວຽດ​ນາມ ໃນ​ການ​ປັບ​ປຸງ​ສັນ​ຕິ​ພາບ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ຊົນ​ຊາດ.

ລາງວັນ​ສັນ​ຕິ​ພາບ​ສາ​ກົນ Lev N. Tolstoy ແມ່ນ​ໜຶ່ງ​ໃນ​ບັນ​ດາ​ລາງວັນ​ອັນ​ສູງ​ສົ່ງ​ລະ​ດັບ​ສາ​ກົນ ໂດຍ ລັດ​ເຊຍ ລິ​ເລີ່ມ ແນ​ໃສ່​ເຊີດ​ບັນ​ດາ​ສ່ວນ​ບຸກ​ຄົນ ແລະ ອົງ​ການ​ຈັ​ດ​ຕັ້ງ​ທີ່​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ພົ້ນ​ເດັ່ນ​ໃຫ້​ແກ່​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ຊຸກ​ຍູ້​ການ​ສົນ​ທະ​ນາ, ການ​ຮ່ວມ​ມື ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ ແລະ ກັນ​ລະ​ຫວ່າງ​ບັນ​ດາ​ຊົນ​ຊາດ. ສະ​ພາ​ກຳ​ມະ​ການ​ປີ​ນີ້ ລວມ​ມີ​ນັກ​ການ​ເມືອງ, ນັກ​ຮຽນ​ຮູ້​ຜູ້​ມີ​ຄວາມ​ໄວ້​ວາງ​ໃຈຫຼາຍ​ທ່ານ​ທີ່​ມາ​ຈາກຫຼາຍ​ພາກ​ພື້ນ​ໃນ​ໂລກ, ເຊັ່​ນ: ລັດ​ເຊຍ, ຝ​ລັ່ງ, ຈີນ, ຍີ່​ປຸ່ນ, ອິນ​ເດຍ, ອາ​ຟະ​ລິ​ກາ​ໃຕ້, ອາກ​ຊັງ​ຕິນ ແລະ ເບ​ລາ​ຣຸດ.


top