ຂ່າວສານ
ທ່ານເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການ ເຂົ້າຮ່ວມພິທີຊາປະນະກິດສົບ ປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ
ວັນທີ 11 ສິງຫາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ: ວັນທີ 12 ສິງຫາ, ທ່ານເຈິ່ນເກິມຕູ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ນຳໜ້າຄະນະຜູ້ແທນຂັ້ນສູງພັກກອມມູນິດ ຫວຽດນາມ ໄປຮອດປະເທດລາວເຂົ້າຮ່ວມພິທີຊາປະນະກິດສົບ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ. ພິທີໄວ້ອາໄລຈັດຂຶ້ນໃນວັນທີ 13 ສິງຫາ, ຢູ່ເດີນທາດຫຼວງ, ນະຄອນຫຼວງວຽງຈັນ, ລາວ.






