• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮາ​ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ກຸ່ມ​ບໍ​ລິສັດ​​ເສັ້ນທາງ​ລົດ​ໄຟ​ຈີນ

ວັນທີ 14 ຕຸລາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານ Chen Yun, ປະທານກຸ່ມບໍລິສັດເສັ້ນທາງລົດໄຟຈີນ (CREC).
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮາໃຫ້ການຕ້ອນຮັບທ່ານ Chen Yun ປະທານກຸ່ມບໍລິສັດເສັ້ນທາງລົດໄຟຈີນ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຕີລາຄາວ່າ, ຂະແໜງອຸດສາຫະກຳເສັ້ນທາງລົດໄຟຈີນ ໄດ້ບືນຕົວຂຶ້ນແຖວໜ້າໂລກ ດ້ວຍການກະກຽມຢ່າງລະອຽດກ່ຽວກັບທາງດ້ານແຜນກຳນົດ, ການອອກແບບ, ມາດຕະຖານ, ມາດຖານ, ໃນນັ້ນມີການປະກອບສ່ວນສຳຄັນຂອງບັນດາວິສາຫະກິດແຖວໜ້າຄື: CREC. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າໃນໄລຍະຈະມາເຖິງ CREC ຕ້ອງຕັ້ງໜ້າເຂົ້າຮ່ວມ ບັນດາໂຄງການພື້ນຖານໂຄງລ່າງເສັ້ນທາງລົດໄຟທີ່ໄດ້ມາດຕະຖານເຊື່ອມຕໍ່ ລະຫວ່າງ ຫວຽດນາມ  ແລະ ຈີນ, ປະກອບສ່ວນປະຕິບັດຄຳເຫັນຊີ້ນຳຂອງການນຳສອງປະເທດໃນການສືບຕໍ່ຍົກລະດັບການພົວພັນ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ -ຈີນ ເລິກເຊິ່ງກ່ວາອີກ.

(ແຫຼ່ງຄັດຈາກ VOV)

ການ​ຊື້​ຂາຍ​ສິນ​ຄ້າ​ກັບ​ຕ່າງ​ປະ​ເທດ​ຜ່ານ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຕ້ອງ​ໄດ້​ປະ​ຕິ​ບັດ​ການ​ຢັ້ງ​ຢືນທາງ​ເອ​ເລັກ​ໂຕ​ນິກ

ການ​ຊື້​ຂາຍ​ສິນ​ຄ້າ​ກັບ​ຕ່າງ​ປະ​ເທດ​ຜ່ານ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຕ້ອງ​ໄດ້​ປະ​ຕິ​ບັດ​ການ​ຢັ້ງ​ຢືນທາງ​ເອ​ເລັກ​ໂຕ​ນິກ

ສິນຄ້າຕ່າງໆ ຕ້ອງປະ​ຕິ​ບັດ​ລະ​ບຽບ​ການ​ດ້ານພາສີ ແລະ ຕ້ອງກວດກາ, ຕິດຕາມກວດກາ. ບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນ ຢູ່ຫວຽດນາມ ທີ່ຊື້-ຂາຍ ສິນຄ້າ ກັບຕ່າງປະເທດ ຜ່ານແພຼດ​ຟອມການຄ້າເອເລັກໂຕນິກ ຕ້ອງໄດ້ຮັບການ ຢັ້ງຢືນທາງເອເລັກໂຕຣນິກ."

Top