• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຈີ​ຢຸງ: ຫວຽດ​ນາມ ສະ​ແດງ​ຄວາມ​​ຍິນ​ດີ​​ຕໍ່​ວິ​ສາ​ຫະ​ກິດ​ລົງ​ທຶນ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ສະແດງຄວາມຍິນດີຕໍ່ບັນດາວິສາຫະກິດທີ່ມີຄວາມສົນໃຈ ແລະ ມີແຜນການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ພິເສດແມ່ນໃນຂົງເຂດພັດທະນາຕົວເມືອງອັດສະລິຍະ.
ການຕ້ອນຮັບ (ພາບ: VOV1)
ຕອນບ່າຍວັນທີ 16 ກໍລະກົດ, ທີ່ການຕ້ອນຮັບທ່ານ Fung Wai Ka Thomas ຜູ້ອຳນວຍການບໍລິສັດພື້ນຖານໂຄງລ່າງ CCC  ແລະ ທ່ານ Lai Rong Huo ປະທານກຸ່ມບໍລິສັດ Hero Shenzhen (ຈິນ), ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ສະແດງຄວາມຍິນດີຕໍ່ບັນດາວິສາຫະກິດທີ່ມີຄວາມສົນໃຈ ແລະ ມີແຜນການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ພິເສດແມ່ນໃນຂົງເຂດພັດທະນາຕົວເມືອງອັດສະລິຍະ. ຕາມທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງແລ້ວ, ບັນດາວິສາຫະກິດອາດສາມາດຄົ້ນຄ້ວາເຂົ້າຮ່ວມພ້ອມກັບ ຫວຽດນາມ ໃນເນື້ອໃນວຽກງານຈຳນວນໜຶ່ງຄື: ໜູນຊ່ວຍດ້ານການເງິນ ແລະ ເຕັກນິກໃຫ້ແກ່ບັນດາໂຄງການທົດລອງ, ການຮ່ວມມືຄົ້ນຄ້ວາ, ຖ່າຍທອດເຕັກໂນໂລຢີການຄຸ້ມຄອງບໍລິຫານ, ການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນ ລັດຖະບານ ຫວຽດນາມ ຈະຮ່ວມເດີນທາງ, ໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາວິສາຫະກິດຈີນ ເວົ້າລວມ ແລະ ບໍລິສັດພື້ນຖານໂຄງລ່າງ CCC, ກຸ່ມບໍລິສັດ Hero Shenzhen ເວົ້າສະເພາະມາລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ໄຂ​ງານ​ຕັ​້ງ​ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2025: ພ້ອມ​ກັນ​ຂຽນ​ຕໍ່​ເລື່ອງ​ລາວ​ສັນ​ຕິ​ພາບ

ໄຂ​ງານ​ຕັ​້ງ​ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2025: ພ້ອມ​ກັນ​ຂຽນ​ຕໍ່​ເລື່ອງ​ລາວ​ສັນ​ຕິ​ພາບ

ຕອນຄ່ຳວັນທີ 16 ກໍລະກົດ, ຢູ່ຫໍພິພິທະພັນໂລກ ກາເຟ ຢູ່ຕາແສງ ບວນມາທວດ, ແຂວງ ດັກລັກ, ໄດ້ດຳເນີນພິທີໄຂງານຕັ້ງຄ້າຍພັກແລ້ງ ຫວຽດນາມ 2025, ເລີ່ມຕົ້ນວິວັດການກ່ຽວກັບກົກເຄົ້າເຫງົ້າກໍ, ຜູກພັນໄວໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບບ້ານເກີດເມືອງນອນ.

Top