• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຣັບ​ບິ ຊາ​ອຸ​ດິ

ຕອນບ່າຍວັນທີ 13 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ, ເຈົ້າຊາຍ Faisan bin Farhan Al Saud ເພື່ອແລກປ່ຽນກ່ຽວກັບສະພາບການ ແລະ ບັນດາມາດຕະການຊຸກຍູ້ການພົວພັນລະຫວ່າງ ສອງປະເທດ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ, ເຈົ້າຊາຍ Faisan bin Farhan Al Saud (ພາບ:baoquocte.vn)

ໃນການໂອ້ລົມທາງໂທລະສັບ, ສອງຝ່າຍໄດ້ສະແດງຄວາມພໍເພິ່ງໃຈຕໍ່ບັນດາບາດກ້າວພັດທະນາທີ່ຕັ້ງໜ້າໃນການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ອາຣັບບິ ຊາອຸດິ ໃນໄລຍະທີ່ຜ່ານມາ, ພ້ອມທັງເນັ້ນໜັກວ່າ ຕ້ອງມີການກຽມພ້ອມເພື່ອຊຸກຍູ້ການພົວພັນສອງຝ່າຍໃຫ້ຫຼາຍກ່ວາອີກ ເມື່ອສາມາດຄວບຄຸມໂລກລະບາດ Covid – 19 ໄດ້ແລ້ວ. ສອງຝ່າຍໄດ້ເຫັນດີເປັນເອກະພາບຕ້ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນບັນດາຄະນະຜູ້ແທນຂັ້ນສູງ, ໃນສະພາບການໂລກລະບາດ Covid – 19 ພວມມີການຜັນແປຢ່າງສັບສົນ, ສອງຝ່າຍຄວນຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ ຜ່ານການພົວພັນແລກປ່ຽນທາງອອນລາຍ. ກ່ອນອື່ນໝົດແມ່ນຕ້ອງກະກຽມຈັດຕັ້ງ ກອງປະຊຸມຄັ້ງທີ 4 ຄະນະກຳມະການປະສົມລະຫວ່າງ ຫວຽດນາມ - ອາຣັບບິ ຊາອຸດິ ທີ່ໃກ້ຈະມາຮອດແລ້ວໃຫ້ເປັນຢ່າງດີ ດ້ວຍຮູບການທາງອອນລາຍ, ຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ລະຫວ່າງ ສອງປະເທດ… ສ້າງກອບນິຕິກຳ ໃຫ້ແກ່ການຮ່ວມມືສອງຝ່າຍ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top