• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ລັດ​ຖະ​ມົນ​ຕີກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໂຕ​ເລິມ ພົບ​ປະ​ໂອ້​ລົມ​ກັບທ່ານ​ເລ​ຂາ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ມົງ​ໂກນ

ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ມີການພົບປະສົນທະນາກັບທ່ານເລຂາສະພາຄວາມໝັ້ນຄົງແຫ່ງຊາດ ມົງໂກນ Jadamba Enkhbayar.
  ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ແລະ ທ່ານ Jadamba Enkhbayar ຖ່າຍຮູບເປັນທີ່ລະນຶກ ພ້ອມກັບບັນດາຜູ້ແທນ  

ຕອນບ່າຍວັນທີ 17 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ມີການພົບປະສົນທະນາກັບທ່ານເລຂາສະພາຄວາມໝັ້ນຄົງແຫ່ງຊາດ ມົງໂກນ Jadamba Enkhbayar. ນະທີ່ນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບ ຈະມານະພະຍາຍາມຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືຢ່າງມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມທະວີການສົມທົບ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສອງຝ່າຍ, ຫຼາຍຝ່າຍ, ພາກພື້ນ ແລະ ສາກົນ; ພ້ອມກັນເພີ່ມທະວີການຕໍ່ສູ້ປ້ອງກັນ, ຕ້ານບັນດາອາດຊະຍາກອນຂ້າມຊາດ, ເປັນຕົ້ນແມ່ນອາດຊະຍາກອນຢາເສບຕິດ, ເຕັກໂນໂລຢີສູງ, ອາດຊະຍາກອນທາງອິນເຕີເນັດ, ມົນລະພິດສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ…: ແລກປ່ຽນຂໍ້ມູນທີ່ກ່ຽວຂ້ອງເຖິງບັນດາເປົ້າໝາຍອາດຊະຍາກອນ, ການກໍ່ການຮ້າຍ, ຂໍ້ມູນກ່ຽວກັບແບບວິທີ, ກົນອຸບາຍ ຫຼື ເອກະສານທີ່ບໍ່ມີມູນຄວາມຈິງ ເຊິ່ງກ່ຽວຂ້ອງເຖິງວຽກງານຄຸ້ມຄອງການເຂົ້າ - ອອກເມືອງ. ສອງຝ່າຍກໍເຫັນດີເພີ່ມທະວີການຮ່ວມມືບຳລຸງສ້າງພະນັກງານ, ແລກປ່ຽນປະສົບການໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ຂອງ ສປຊ.

 

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top