• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ດ້ວຍ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຈິດ​ໃຈ​ທົນ​ທານ, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ພ້ອມ​ກັບ​ຈິດ​ໃຈ​ເລີ່ມ​ຕົ້ນທຸ​ລະ​ກິດ Startup ແລະ ຄວາມ​ມຸ່ງ​ຫວັງອຸ​ທິດ​ສ່ວນ​ຢ່າງ​ແຮງກ້າ, ນັກ​ທຸ​ລະ​ກິດ ຫງວຽ​ນ​ທິ​ງາ ພ້ອມ​ກັບ​ຖັນ​ແຖວ​ໄດ້​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ ການ​ບໍ​ລິ​ການ ແລະ ການ​ເງິນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ມີ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ມີກຳ​ລັງ​ແກ້ງ​ແຍ້ງ​ສູງ.

ຕອນ​ເຊົ້າ​ວັນ​ທີ 12 ກັນ​ຍາ, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັ

  ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີ​ມ​ສະ​ຫຼອງ 50 ປີ​ແຫ່ງວິ​ວັດ​ການ​ສ້າງ​ຕັ້ງ​ພັດ​ທະ​ນາ ແລະ ຕ້ອນ​ຮັບ​ບັນ​ດາ​ນາມ​ມະ​ຍົດ, ລາງວັນ​ອັນ​ສູງ​ສົ່ງຫຼຽນ​​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ ແລະ ໃບ​ຍ້ອງຍ​ໍ​ຂອງ​ກະ​ຊວງ​ຕຳຫຼວດ​ໃຫ້​ແກ່​ກຸ່ມ​ບໍ​ລິ​ສັດ BRG ແລະ ທະ​ນາ​ຄານ SeABank (ພາບ: VNA  

ງ​ເໝິນ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີ​ມ​ສະ​ຫຼອງ 50 ປີ​ແຫ່ງວິ​ວັດ​ການ​ສ້າງ​ຕັ້ງ​ພັດ​ທະ​ນາ ແລະ ຕ້ອນ​ຮັບ​ບັນ​ດາ​ນາມ​ມະ​ຍົດ, ລາງວັນ​ອັນ​ສູງ​ສົ່ງຫຼຽນ​​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ ແລະ ໃບ​ຍ້ອງຍ​ໍ​ຂອງ​ກະ​ຊວງ​ຕຳຫຼວດ​ໃຫ້​ແກ່​ກຸ່ມ​ບໍ​ລິ​ສັດ BRG ແລະ ທະ​ນາ​ຄານ SeABank. ທ່ານ​ນາງ ຫງວຽນ​ທິ​ງາ ນັກ​ທຸ​ລະ​ກິດ, ປະ​ທານ​ກຸ່ມ​ບໍ​ລິ​ສັດ BRG ໄດ້​ຮັບ​ນາມ​ມະ​ຍົດ​ອັນ​ສູງ​ສົ່ງ​ນັກ​ວິ​ລະ​ຊົນ​ແຮງ​ງານ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຖືວ​່າ ດ້ວຍ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຈິດ​ໃຈ​ທົນ​ທານ, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ພ້ອມ​ກັບ​ຈິດ​ໃຈ​ເລີ່ມ​ຕົ້ນທຸ​ລະ​ກິດ Startup ແລະ ຄວາມ​ມຸ່ງ​ຫວັງອຸ​ທິດ​ສ່ວນ​ຢ່າງ​ແຮງກ້າ, ນັກ​ທຸ​ລະ​ກິດ ຫງວຽ​ນ​ທິ​ງາ ພ້ອມ​ກັບ​ຖັນ​ແຖວ​ໄດ້​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ ການ​ບໍ​ລິ​ການ ແລະ ການ​ເງິນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ມີ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ມີກຳ​ລັງ​ແກ້ງ​ແຍ້ງ​ສູງ. ທ່ານ ໃຫ້​ຮູ້​ວ່າ:

ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາຢາກ​ໃຫ້​ກຸ່ມ​ບໍ​ລິ​ສັດ BRG ແລະ ທະ​ນາ​ຄານ SeABank ສືບ​ຕໍ່​ເສີມ​ຂະ​ຫຍາຍ​ພື້ນ​ຖານ​ທີ່​​ໄດ້ສ້າງ​ຂຶ້ນ, ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ຂອງ​ພັກ, ສະ​ພາ​ແຫ່ງ​ຊາດ​, ລັດ​ຖະ​ບານ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຍູ້​ແຮງ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ໝູນ​ໃຊ້​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ​ທັນ​ສະໄໝ, ປັນ​ຍາ​ປະ​ດິດ, ຍົກ​ສູງ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ບໍ​ລິ​ຫານ​ຕາມ​ມາດ​ຖານ​ສາ​ກົນ. ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ລົງ​ທຶນ​ບັນ​ດາ​ໂຄງ​ການ​ຕົວ​ເມືອງ​ອັດ​ສະ​ລິ​ຍະ, ພື້ນ​ຖານ​ໂຄງ​ລ່າງ​ສີ​ຂຽວ, ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ແຫ່ງ​ຊາດ. ຊຸກ​ຍູ້​ລະ​ບົບ​ຕ່ອງ​ໂສ້​ມູນ​ຄ່າ​ຫວຽດ, ສືບ​ຕໍ່​ເປັນ​ຂົວ​ເຊື່ອມ​ຕໍ່​ໜູນ​ຊ່ວຍ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ, ນຳ​ຜະ​ລິດ​ຕະ​ພັນ​ໂຄງ​ການ​ໜຶ່ງ​ຕາ​ແສງ​ໜຶ່ງ​ຜະ​ລິດ​ຕະ​ພັນ (OCOP), ເຄື່ອງ​ໝາຍ​ກາ​ນ​ຄ້າ ຫວຽດ​ນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ ອາ​ໄລ​ຫາ ເຫດການ 25 ປີ​ແຫ່ງວັນ​​ກໍ່​ການ​ຮ້າຍ 11 ກັນ​ຍາ

ອາ​ເມ​ລິ​ກາ ອາ​ໄລ​ຫາ ເຫດການ 25 ປີ​ແຫ່ງວັນ​​ກໍ່​ການ​ຮ້າຍ 11 ກັນ​ຍາ

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຢັ້ງ​ຢືນ​ວ່າ ປະ​ເທດ ອາ​ເມ​ລິ​ກາ ອາ​ໄລ​ຫາ ບັນ​ດາ​ວິນ​ຍານ​​ທີ່​ຖືກ​ເສຍ​ຊີ​ວິດ ໃນ​ວັນ​ທີ 11 ກັນ​ຍາ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ອາ​ເມ​ລິ​ກາ ​ບໍ່​ມີ​ວວັນຈະຫຼົງ​ລື່ມ ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ.

Top