• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ປະ​ທານ​ປະ​ເທດ ຈີນ ດຳ​ເນີນ​ການ​ເຈ​ລະ​ຈາ

ທ່ານປະທານາທິບໍດີ Putin ໄດ້ສະແດງຄວາມເຊື່ອໝັ້ນວ່າ ການເຈລະຈານີ້ ຈະສ້າງກຳລັງໜູນໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດ ລັດເຊຍ - ຈີນທັງພື້ນຖານສອງຝ່າຍ ແລະ ບົນເວທີສາກົນ.

  ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ (ພາບ: AP)  

ວັນທີ 15 ກັນຍາ, ຢູ່ນອກກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ (SCO) ຄັ້ງທີ 22 ຢູ່ນະຄອນ Samarkand (Uzbekistan), ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ດຳເນີນການເຈລະຈາ. ທີ່ການເຈລະຈາ, ທ່ານປະທານາທິບໍດີ Putin  ໄດ້ເນັ້ນໜັກເຖິງໜ້າທີ່ສຳຄັນໃນປັດຈຸບັນສຳລັບ SCO ແມ່ນປັບປຸງອົງການຢ່າງຮອບດ້ານຄືເປັນພື້ນຖານໃຫ້ແກ່ການສຳຜັດ ທີ່ມີລັກສະນະສ້າງສັນ. ທ່ານຊີ້ແຈ້ງວ່າ, ການສ້າງສ້າບົນຫຼັກການສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບອະທິປະໄຕຂອງກັນ ແລະ ບໍ່ແຊກແຊງເຂົ້າວຽກງານພາຍໃນ ໄດ້ຊ່ວຍໃຫ້ SCO ກາຍເປັນກົນໄກຮ່ວມມືຫຼາຍຝ່າຍທີ່ມີປະສິດທິຜົນ. ກ່ຽວກັບການພົວພັນຮ່ວມມື ສອງຝ່າຍ ກັບ ຈີນ, ທ່ານປະທານາທິບໍດີ Putin ໄດ້ສະແດງຄວາມເຊື່ອໝັ້ນວ່າ ການເຈລະຈານີ້ ຈະສ້າງກຳລັງໜູນໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດ ລັດເຊຍ - ຈີນທັງພື້ນຖານສອງຝ່າຍ ແລະ ບົນເວທີສາກົນ.

ສ່ວນທ່ານປະທານປະເທດຈີນ ສີຈິ້ນຜິງ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະຮ່ວມມືກັບລັດເຊຍ ເພື່ອພັດທະນາໂລກແບບຍືນຍົງ ແລະ ຕັ້ງໜ້າ. ທ່ານຢັ້ງຢືນວ່າ ພ້ອມແລ້ວທີ່ຈະແລກປ່ຽນທັດສະນະກັບຄູ່ຮ່ວມຕຳແໜ່ງ ລັດເຊຍ ກ່ຽວກັບໂຄງການດຳເນີນງານສອງຝ່າຍ, ກໍ່ຄືບັນດາບັນຫາສາກົນ ແລະ ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top