• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້: ຕີ​ລາ​ຄາ​ຜົນ​ກະ​ທົບ​ຂອງ​ໂລກ​ລະ​ບາດ​ໂ​ຄວິດ - 19 ຢ່າງ​ຖືກ​ຕ້ອງ ເພື່ອ​ມີ​ມາ​ດ​ຕະ​ການ​ສ້າງ​ເສດ​ຖະ​ກິດໃຫ້​ມີ​ສະ​ຖຽນ​ລະ​ພາບ

ຕ້ອງຕີລາຄາຜົນກະທົບຂອງໂລກລະບາດໂຄວິດ - 19 ຢ່າງລອບຄອບຖີ່ຖ້ວນ ເພາະວ່າ ຍ້ອນຜົນກະທົບຂອງໂລກລະບາດໂຄວິດ - 19, ເສດຖະກິດໂລກມີການປ່ຽນແປງໄປເລື້ອຍໆ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: quochoi.vn)

ຕອນເຊົ້າວັນທີ 30 ພະຈິກ ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເປັນປະທານການເຮັດວຽກກັບຄະນະປະຈຳ ກຳມາທິການເສດຖະກິດຂອງສະພາແຫ່ງຊາດ ແລະ ກຸ່ມນັກຊ່ຽວຊານ, ນັກຄົ້ນຄວ້າກ່ຽວກັບນະໂຍບາຍດ້ານການເງິນ, ເງິນຕາໜູນຊ່ວຍການປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ.

        ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຊີ້ແຈ້ງວ່າ ຕ້ອງຕີລາຄາຜົນກະທົບຂອງໂລກລະບາດໂຄວິດ - 19 ຢ່າງລອບຄອບຖີ່ຖ້ວນ ເພາະວ່າ ຍ້ອນຜົນກະທົບຂອງໂລກລະບາດໂຄວິດ - 19, ເສດຖະກິດໂລກມີການປ່ຽນແປງໄປເລື້ອຍໆ. ພ້ອມດຽວກັນນັ້ນ ຕ້ອງຕີລາຄາໃຫ້ຖືກຕ້ອງ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກໍສະເໜີວ່າບັນດາມາດຕະການໃນໄລຍະສັ້ນກໍຕ້ອງນອນໃນແຜນສັງລວມຍາວນານ, ຕິດພັນກັບການສ້າງເສດຖະກິດມະຫາພາກເປັນປົກກະຕິ ແລະ ພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top