• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ການ​ນຳ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ໂລກ

ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງນີ້ ອີກຄັ້ງໜຶ່ງ ຢັງຢືນຄຳໝັ້ນສັນຍາ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງ ຫວຽດນາມ ໃນ IPU.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບທ່ານປະທານສະຫະພັນລັດຖະສະພາໂລກ (IPU) Duarte Pacheco. ພາບ:TTXVN

ຕອນບ່າຍວັນທີ 14 ກັນຍາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຕ້ອນຮັບທ່ານປະທານສະຫະພັນລັດຖະສະພາໂລກ (IPU) Duarte Pacheco, ທ່ານເລຂາທິການ Martin Chungong, ທ່ານປະທານເວທີປາໄສສະມາຊິກລັດຖະສະພາໜຸ່ມ ຂອງ ສະຫະພັນລັດຖະສະພາໂລກ (IPU) Dan Carden ແລະ ທ່ານນາງ ປະທານເວທີປາໄສສະມາຊິກລັດຖະສະພາໜຸ່ມ IPU Cynthia Iliana López Castro.

ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ຕີລາຄາສູງບົດບາດຂອງ IPU, ເຊິ່ງເປັນເວທີປາໄສຫຼາຍຝ່າຍທີ່ມີອິດທິພົນສູງໃນໂລກ ເຄື່ອນໄຫວດ້ວຍຈຸດປະສົງເພື່ອສັນຕິພາບ, ຮ່ວມມື, ພັດທະນາ, ປະຊາທິປະໄຕ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ກ້າວໜ້າ ແລະ ຍຸຕິທຳໃນສັງຄົມ. ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງນີ້  ອີກຄັ້ງໜຶ່ງ ຢັງຢືນຄຳໝັ້ນສັນຍາ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງ ຫວຽດນາມ ໃນ IPU.

ສ່ວນບັນດາການນຳ IPU ສະແດງຄວາມປະທັບໃຈຕໍ່ການພັດທະນາຢ່າງວ່ອງໄວຂອງ ຫວຽດນາມ ໃນໄລຍະຜ່ານມາ ແລະ ຂອບໃຈສະພາແຫ່ງຊາດ ຫວຽດນາມ, ດ້ວຍປະສົບການຂອງຕົນ, ຈັດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 ຢ່າງລອບຄອບຖີ່ຖ້ວນ, ສິ່ງດັ່ງກ່າວໄດ້ຢັ່ງຢືນວ່າ: ສະພາແຫ່ງຊາດ ຫວຽດນາມ ມີຄວາມເຂົ້າໃຈແຈ້ງ ແລະ ໃຫ້ຄຳໝັ້ນສັນຍາຢ່າງສູງ ເພື່ອບັນລຸໄດ້ຜົນສຳເລັດໃນເຫດການຕ່າງໆຕາມໂຄງການດຳເນີນງານ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top