• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ​ເຊັນ​ຂໍ້​ຕົກ​ລົງມອບ​ຫຼ​ຽນ​ໄຊ​ແຮ​ງ​ງານ​ໃຫ້​ແກ່​ນັກ​ກິ​ລາ​ທີ່​ຄວ້າ​ໄດ້ຜົນ​ງານ​ສູງ​ໃນ​ຊີ​ເກມ 31

ວັນທີ 31 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຍ້ອງຍໍ, ມອບຫຼຽນໄຊແຮງງານໃຫ້ແກ່ນັກກິລາທີ່ຄວ້າໄດ້ຜົນງານສູງໃນຊີເກມ 31.

ວັນທີ 31 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຍ້ອງຍໍ, ມອບຫຼຽນໄຊແຮງງານໃຫ້ແກ່ນັກກິລາທີ່ຄວ້າໄດ້ຜົນງານສູງໃນຊີເກມ 31.

   

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ຕາມນັ້ນແລ້ວ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕົກລົງມອບຫຼຽນໄຊແຮງງານຊັ້ນສອງຈຳນວນ 5 ຫຼຽນ ໃຫ້ແກ່ ຫງວຽນຮຸຍຮວ່າງ ເຊິ່ງເປັນ ນັກກິລາລອຍນ້ຳ ທີ່ຄວ້າໄດ້ຫຼຽນຄຳ 5 ຫຼຽນ), ເຈິ່ນຮຶງງວຽນ, ນັກກິລາລອຍນ້ຳ ທີ່ຄວ້າໄດ້ຫຼຽນຄຳ 4 ຫຼຽນ, ຫງວຽນທິເຮືອງ ນັກກິລາ Canoeing  ຄວ້າໄດ້ ຫຼຽນຄຳ 5 ຫຼຽນ, ຫງວຽນທິແອວງ ນັກກິລາແລ່ນ ແລະ ລານ ຄວ້າໄດ້ ຫຼຽນຄຳ 3 ຫຼຽນ.

        ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການມອບຫຼຽນໄຊແຮງງານຊັ້ນສາມໃຫ້ແກ່ 2 ໝູ່ຄະນະ ນັ້ນແມ່ນ ທິມບານເຕະຊາຍ U23 ແລະ ທິມບານເຕະຍິງແຫ່ງຊາດ ແລະ ສ່ວນບຸກຄົນ 19 ຄົນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top