• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ຢ້ຽມ​ຢາມ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ແຫ່ງ​ຊາດ ນ່າ​ຕູ

ຕອນບ່າຍວັນທີ 9 ມິຖຸນາ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປຢ້ຽມຢາມ, ຖະຫວາຍທູບທຽນ ອາໄລຫາປະທານ ໂຮ່ຈີມິນ ຢູ່ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດ ນ່າຕູ, ຢູ່ຕາແສງ ເກີມຢາງ, ເມືອງ ແບກທົງ, ແຂວງ ບັກກ້ານ.
ທ່ານປະທານປະເທດ ໂຕເລິມ ຈູບທູບໃຕ້ທຽນ ອາໄລຫາປະທານ ໂຮ່ຈີມິນ (ພາບ: TTXVN)
ໃນສະໄໝຕ້ານຈັກກະພັດ ອາເມລິກາ, ນີ້ແມ່ນບ່ອນທີ່ກອງທະຫານຕະລຸມບອນເຕົ້າໂຮມເພື່ອປະຕິບັດໜ້າທີ່ ຮັບປະກັນເສັ້ນທາງຄົມມະນາຄົມຂົນສົ່ງຮັບໃຊ້ບັ້ນຮົບ. ເຂດປູຊະນີຍະສະຖານແຫ່ງນີ້ ກໍແມ່ນບ່ອນທ່ານປະທານໂຮ່ຈີມິນເຄີຍມາຢ້ຽມຢາມ, ລະດົມໃຫ້ກຳລັງໃຈກຳລັງຊາວໜຸ່ມຕະລຸມບອນ ແລະ ແຮງງານເກນຮັບໃຊ້ບັ້ນຮົບໃນສະໄໝຕໍ່ຕ້ານຕ້ານລ່າເມືອງຂຶ້ນຝລັ່ງ (28 ມີນາ 1951). ນະທີ່ນີ້, ທ່ານປະທານປະເທດ ໄດ້ຮັບຟັງການບັນລະຍາຍກ່ຽວກັບເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດ ນ່າຕູ. ທ່ານປະທານປະເທດ ໂຕເລິມ ໄດ້ຖະຫວາຍທູບທຽນ, ອາໄລຫາປະທານ ໂຮ່ຈີມິນ ຢູ່ເຂດປະຊະນີຍະສະຖານດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ຈັດ​ຕັ້ງ​ພິ​ທີ​ໄຫ້​ວ​ອາໄລ ແລະ ບົ່ງອັດ​ຖິ 9 ຊຸດ​ທີ່​ເປັນ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ລາວ​ໃນ​ສະ​ໄໝ​ສົງ​ຄາມ

ຈັດ​ຕັ້ງ​ພິ​ທີ​ໄຫ້​ວ​ອາໄລ ແລະ ບົ່ງອັດ​ຖິ 9 ຊຸດ​ທີ່​ເປັນ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ລາວ​ໃນ​ສະ​ໄໝ​ສົງ​ຄາມ

ທ່ານ​ເຈິ່ນ​ເກ​ິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການສູນ​ກາ​ງ​ພັກ ແລະ ບັນ​ດາ​ຜູ້​ແທນ​ໄດ້​ຖະ​ຫວາຍ​ດອກ​ໄມ້, ຈຸດ​ທູດ​ທຽນ ແລະ ໄຫວ້​ອາ​ໄວ​ຕໍ່​ວິນ​ຍານ​ຂອງ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ.

Top