ຂ່າວສານ
ທ່ານປະທານປະເທດ ຫວໍວັນເຖືອງ ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ບັນດາປະເທດເຂົ້າຍື່ນສານຕາຕັ້ງ
ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ບຸນກາຣີ Pavlin Todorov, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ສະເໜີໃຫ້ສອງປະເທດ ຊຸກຍູ້ການຮ່ວມມືໃນຂົງເຂດພະລັງງານ, ເຕັກໂນໂລຢີສູງ, ວັດທະນະທຳ, ການສຶກສາ, ບຳລຸງສ້າງ; ສະໜັບສະໜູນເຊິ່ງກັນແລະກັນ ໃນບັນດາເວທີປາໄສສາກົນ ແລະ ຫຼາຍຝ່າຍ. ສ່ວນທ່ານເອກອັກຄະລັດຖະທູດ Pavlin Todorov ຢັ້ງຢືນວ່າ ບຸນກາຣີ ຖືເປັນສຳຄັນ ແລະ ປາດຖະໜາຢາກຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນບັນດາໂຄງການກ່ຽວກັບການສຶກສາ, ພະລັງງານ. ທ່ານກໍເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ບຸນກາຣີ ຢູ່ ອາຊຽນ ແລະ ຍາມໃດກໍສະໜັບສະໜູນການພົວພັນຂອງ ຫວຽດນາມ ກັບ ສະຫະພາບ ເອີຣົບ (EU); ພ້ອມທັງປາດຖະໜາຢາກ ສືບຕໍ່ຮ່ວມມືກັບ ຫວຽດນາມ ຢູ່ ສປຊ ແລະ ບັນດາເວທີປາໄສສາກົນ, ພ້ອມທັງຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ພົວພັນແລກປ່ຽນວັດທະນະທຳລະຫວ່າງສອງປະເທດ.
ໃນວັນດຽວກັນ, ທ່ານປະທານປະເທດ ກໍໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ຝລັ່ງ Olivier Brochet ແລະ ທ່ານເອກອັກຄະລັດຖະທູດ ກາຊັກສະຖານ Kanat Tumysh ເຂົ້າຍື່ນສານຕາຕັ້ງເຊັ່ນດຽວກັນ.