• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ເກິ່ນ​ເທີ

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຜູ້ມີສິດເລືອກຕັ້ງນະຄອນເກິ່ນເທີຮັບຊາບກ່ຽວກັບສະພາບການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19 ໃນທົ່ວໂລກ ແລະ ພາຍໃນປະເທດ. 
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ເກິ່ນເທີ. (ພາບ: ຫງວຽນແຮັ້ງ)

ຕອນບ່າຍວັນທີ 19 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ສະມາຊິກສະພາແຫ່ງຊາດ ຂຶ້ນກັບຄະນະສະມາຊິກສະພາແຫ່ງຊາດແຂວງເກິ່ນເທີ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ ນະຄອນເກິນເທີ ເພື່ອປະກາດໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຊຸດທີ XV. ການພົບປະກັບຜູ້ມີສິດເລືອກຕັ້ງໄດ້ຈັດຂຶ້ນຕາມຮູບແບບທາງໄກ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຜູ້ມີສິດເລືອກຕັ້ງນະຄອນເກິ່ນເທີຮັບຊາບກ່ຽວກັບສະພາບການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19 ໃນທົ່ວໂລກ ແລະ ພາຍໃນປະເທດ. ໄປຄຽງຄູ່ກັນນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຕອບກຸ່ມບັນຫາຢ່າງລະອຽດຕອບສະໜອງຄວາມມຸ່ງຫວັງຂອງຜູ້ມີສິດເລືອກຕັ້ງ, ລວມມີບັນຫາດິນເຊາະເຈື່ອນຢູ່ເຂດແຄມແມ່ນ້ຳ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ການອອກໃບອະນຸຍາດສົ່ງອອກເຂົ້າສານ, ນະໂຍບາຍການປະກັນຊີວິດສັງຄົມ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ນຳ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ສອງ​ຊາດ ຫວຽດ​ນາມ ແລະ ລາວ ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ນຳ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ສອງ​ຊາດ ຫວຽດ​ນາມ ແລະ ລາວ ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ

ຕອນຄ່ຳວັນທີ 26 ມັງກອນ, ຢູ່ຮ່າໂນ້ຍ, ທ່ານໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເປັນປະທານງານລ້ຽງຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ.ລາວ ແລະ ພັນລະຍາ ຢ່າງສົມກຽດ ເນື່ອງໃນໂອກາດພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.

Top