ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ສາຍພົວພັນ ຫວຽດນາມ - ກຳປູເຈຍ ຈະພັດທະນາຂຶ້ນສູ່ລະດັບສູງໃໝ່
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ເພີ່ມທະວີການເຊື່ອມຕໍ່, ໜູນຊ່ວຍແກ່ກັນລະຫວ່າງສອງພື້ນຖານເສດຖະກິດ ຫວຽດນາມ ແລະ ກຳປູເຈຍ, ຈຸດສຸມແມ່ນລະບອບລະບຽບການ, ການເງິນ, ພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ, ພະລັງງານໄຟຟ້າ, ໂທລະຄົມມະນາຄົມ, ການທ່ອງທ່ຽວ; ແລກປ່ຽນບົດຮຽນປະສົບການເປັນປະຈຳ, ຊ່ວຍເຫຼືອເຊິ່ງກັນແລະກັນກ່ຽວກັບການສ້າງນະໂຍບາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ປົວແປງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສ້າງກຳລັງແກ້ງແຍ້ງສູງກວ່າໃນພາກພື້ນ ເພື່ອພ້ອມກັນດຶງດູດການລົງທຶນຕ່າງປະເທດໃຫ້ມີຄຸນນະພາບ, ພັດທະນາເສດຖະກິດ - ສັງຄົມແບບຍືນຍົງ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກທີ່ສຸດເພື່ອຊຸກຍູ້ວິສາຫະກິດສອງປະເທດຮ່ວມມືລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນ.
“ສາຍພົວພັນມິດຕະພາບ, ຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ ແມ່ນຊັບສົມບັດອັນລ້ຳຄ່າຂອງພັກ, ລັດ ແລະ ປະຊາຊົນສອງປະເທດ. ພວກເຮົາແຕ່ລະຄົນລ້ວນແຕ່ມີຄວາມຮັບຜິດຊອບຖະໜຸຖະໜອມ, ເພີ່ມພູນຄູນສ້າງສາຍພົວພັນນີ້ ໃຫ້ເກີດດອກອອກຜົນ; ແຕ່ລະໂຄງການ, ກິດຈະກຳລົງທຶນຂອງວິສາຫະກິດສອງປະເທດບໍ່ພຽງແຕ່ສະແດງໃຫ້ເຫັນການຮ່ວມມືເທົ່ານັ້ນ ຫາກຍັງແມ່ນຄວາມມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສາຍພົວພັນມິດຕະພາບ, ນ້ຳໃຈສາມັກຄີ ຫວຽດນາມ - ກຳປູເຈຍ. ດ້ວຍບັນດາການກຳນົດທິດອັນໃໝ່ ແລະ ຂອບເຂດການພົວພັນຮ່ວມມືໃນໄລຍະໃໝ່, ພ້ອມກັບຄວາມຕັດສິນໃຈຂອງການນຳ ແລະ ປະຊາຊົນສອງປະເທດ, ບົນຈິດໃຈຕັ້ງໜ້າ, ເປັນເຈົ້າການ, ມີໄຫວພິບ, ປະດິດຄິດສ້າງ ແລະ ມີປະສິດທິຜົນ, ແນ່ນອນວ່າ ການພົວພັນ ຫວຽດນາມ - ກຳປູເຈຍ ຈະພັດທະນາຂຶ້ນສູ່ລະດັບສູງໃໝ່, ເພື່ອຄວາມວັດທະນາຖາວອນຂອງແຕ່ລະປະເທດ, ເພື່ອຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກຂອງປະຊາຊົນສອງປະເທດ.”
ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ Hun Sen ເນັ້ນໜັກວ່າ ສອງປະເທດ ຕ້ອງເພີ່ມທະວີການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ; ການຮ່ວມມືສອງຝ່າຍດ້ວຍວິທີພັດທະນາທັງພື້ນຖານໂຄງລ່າງ ແລະ ປັດໄຈກະຕຸ້ນການເຊື່ອມຕໍ່, ຊຸກຍູ້ກະແສການຄ້າການລົງທຶນ. ທ່ານນາຍົກລັດຖະມົນຕີ ກຳປູເຈຍ ຮຽກຮ້ອງໃຫ້ບັນດານັກທຸລະກິດ, ນັກລົງທຶນ ຫວຽດນາມ ຈົ່ງຊອກຮູ້ຕື່ມອີກກ່ຽວກັບຄວາມສາມາດບົ່ມຊ້ອນ, ກາລະໂອກາດລົງທຶນການຄ້າ ຢູ່ ກຳປູເຈຍ; ຢັ້ງຢືນຈະສ້າງສະພາບແວດລ້ອມທີ່ສະດວກ, ກອບນິຕິກຳ ແລະ ລະບອບລະບຽບການໃຫ້ວິສາຫະກິດດຳເນີນທຸລະກິດຢ່າງມີປະສິດທິຜົນ.
ແລະໃນຕອນເຊົ້າວັນທີ 9 ພະຈິກ, ຢູ່ພະນົມເປັນ, ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມໂຮງໝໍ ເຈິເຣີຍ - ພະນົມເປັນ - ເຊິ່ງເປັນກິດຈະກຳສັນຍາລັກຂອງການພົວພັນຮ່ວມມືມິດຕະພາບອັນດີງາມລະຫວ່າງ ຫວຽດນາມ - ກຳປູເຈຍ.
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ການປະກົດຕົວຂອງໂຮງໝໍທີ່ທັນສະໄໝດ້ວຍຖັນແຖວແພດໝໍ, ພະຍາບານທີ່ມີຄວາມຊຳນານທາງດ້ານວິຊາການສະເພາະ, ການບໍລິການທີ່ມີຄຸນນະພາບສູງຂອງ ຫວຽດນາມ ຢູ່ ກຳປູເຈຍ ບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈສຳລັບຂະແໜງສາທາລະນະສຸກຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນໃນບັນດາກິດຈະກຳຮ່ວມມື, ລົງທຶນຂອງ ຫວຽດນາມ ຢູ່ ກຳປູເຈຍ, ແມ່ນປະກົດການທີ່ມີຊີວິດຊີວາຂອງນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ - ກຳປູເຈຍ ອີກດ້ວຍ.