• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຮຽກ​ຮ້ອງ​​ເດັດ​ຂາດຕ້ອງແຍກ​ຕົວ​ບັນ​ດາ​ຜູ້​ທີ່ມາ​​ຈາກ​ເຂດ​ເກ​ີດ​ໂລກ​ລະ​ບາດ​ເຂົ້າ ຫວຽດ​ນາມ

ຕອນເຊົ້າວັນທີ 27 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກຂອງ ຄະນະປະຈຳລັດຖະບານກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຄວບຄຸມໂລກລະບາດ Covid – 19.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN) 

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ: ລັດຖະບານໄດ້ເຮັດທຸກສິ່ງທຸກຢ່າງດ້ວຍຄວາມຕັດສິນໃຈສູງສຸດໃນການຮັກສາສຸຂະພາບ ແລະ ຊີວິດອີນຊີຂອງປະຊາຊົນ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີຮຽກຮ້ອງ ເດັດຂາດຕ້ອງແຍກຕົວ ບັນດາຜູ້ທີ່ມາຈາກເຂດເກີດໂລກລະບາດເພື່ອເຂົ້າມາ ຫວຽດນາມ. ທ່ານກ່າວວ່າ:

        ຂ້າພະເຈົ້າຢັ້ງຢືນວ່າ ສະພາບການຜັນແປຂອງ Covid  19 ຍັງສັບສົນ, ບາງປະເທດປະກົດມີເຂດເກີດພະຍາດແຫ່ງໃໝ່, ແຕ່ພວກເຮົາກໍ່ມີຄວາມເຊື່ອໝັ້ນວ່າ ສະພາບການ ໂລກລະບາດຈະໄດ້ຮັບການຄວບຄຸມໂດຍພື້ນຖານ ແລະ ມີຄວາມຄືບໜ້າທີ່ດີໃນໄຕມາດ 2 ຈະມາເຖິງ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ນັບແຕ່ປັດຈຸບັນນີ້, ໄປຄຽງຄູ່ກັບການຕັດສິນໃຈເດັດດ່ຽວສະກັດກັ້ນ Covid -19 ນັ້ນ ແມ່ນຕ້ອງມີຈິນຕະນາການບຸກທະລຸໃນນະໂຍບາຍ ແລະ ການກະທຳ        ເພື່ອໃຫ້ປີ 2020 ສືບຕໍ່ເປັນປີປະສົບຜົນສຳເລັດທາງດ້ານເສດຖະກິດ, ສັງຄົມມີສະຖຽນລະພາບ, ປະຕິບັດສຳເລັດບັນດາເປົ້າໝາຍຂອງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນຕີ ຫງວຽນວັນຫ່ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

Top